leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baodienbienphu.vn

ທີ່ການຕ້ອນຮັບ, ທ່ານ ເຈີ່ນກວກເກື່ອງ ຊົມເຊີຍທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແລະຄະນະຜູ້ແທນ 4 ແຂວງພາກເໜືອຂອງລາວ ທີ່ມາຢ້ຽມຢາມ ແລະເຂົ້າຮ່ວມ Festival ຍອດຍິ່ງ ຕາເວັນຕົກສຽງເໜືອ - ດ້ຽນບຽນ ປີ 2025. ທ່ານເລຂາພັກແຂວງ ໄດ້ແຈ້ງໃຫ້ຊາບກ່ຽວກັບການກໍ່ສ້າງເສັ້ນທາງດ່ວນເຊີນລາ - ດ້ຽນບຽນ ໄປຍັງດ່ານຊາຍແດນ ໄຕຈາງ ເພື່ອຊຸກຍູ້ການພົວພັນການຄ້າລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ. ສ້າງຕັ້ງສາຂາມະຫາວິທະຍາໄລ ໄທງວຽນ ຢູ່ແຂວງດ້ຽນບຽນ, ປະກອບສ່ວນຮັບໃຊ້ວຽກງານບຳລຸງສ້າງນັກຮຽນຢູ່ບັນດາແຂວງໃກ້ຄຽງ ແລະແຂວງພາກເໜືອຂອງລາວ ໃຫ້ດີຂຶ້ນ. ດ້ຽນບຽນ ພ້ອມແລ້ວທີ່ຈະແບ່ງປັນປະສົບການໃນການກໍ່ສ້າງລະບົບການເມືອງຂອງແຂວງໃນໄລຍະມໍ່ໆມານີ້. ທ່ານເລຂາພັກແຂວງ ໄດ້ສະເໜີໃຫ້ຜູ້ແທນບັນດາຄະນະປະຕິບັດງານແລກປ່ຽນບົດຮຽນ, ແລກປ່ຽນຂໍ້ລິເລີ່ມ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ແລະລະຫວ່າງສອງປະເທດ.

leftcenterrightdel
ທ່ານເລຂາພັກແຂວງດ້ຽນບຽນ ເຈີ່ນກວກເກື່ອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ. ພາບ: baodienbienphu.vn

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຂອບໃຈການນຳແຂວງທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ອວຍພອນແຂວງດ້ຽນບຽນຈັດຕ້ັງເຫດການ Festival ຍອດຍິ່ງ ຕາເວັນຕົກສຽງເໜືອ - ດ້ຽນບຽນ ປີ 2025 ສຳເລັດຜົນ. ທ່ານນາງເອກອັກຄະລັດຖະທູດ ຍັງໄດ້ຊົມເຊີຍບັນດາໝາກຜົນ ແລະຜົນງານທີ່ແຂວງບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງຫວັງວ່າແຂວງຈະສືບຕໍ່ເອົາໃຈໃສ່ເຖິງການຮ່ວມມືກັບບັນດາແຂວງພາກເໜືອຂອງລາວ ເພື່ອແນໃສ່ຊຸກຍູ້ການພົວພັນອັນດີງາມລະຫວ່າງບັນດາທ້ອງຖິ່ນເວົ້າສະເພາະ ແລະສອງປະເທດເວົ້າລວມ, ພິເສດແມ່ນໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ, ກະສິກຳ…

leftcenterrightdel
ທ່ານເລຂາພັກແຂວງ ເຈີ່ນກວກເກື່ອງ ໄດ້ຮັບຂອງຂວັນທີ່ລະນຶກຈາກການນຳແຂວງຫຼວງນ້ຳທາ. ພາບ: baodienbienphu.vn

ທ່ານນາງເອກອັກຄະລັດຖະທູດ ຫວັງວ່າ ແຂວງດ້ຽນບຽນ ແລະແຂວງພາກເໜືອຂອງລາວ ຈະສືບຕໍ່ລົງນາມໃນບົດບັນທຶກຄວາມເຂົ້າໃຈ ແລະສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນທຸກຂົງເຂດ ເພື່ອແນໃສ່ຮັດແໜ້ນສາຍພົວພັນທີ່ໃກ້ຊິດ ແລະຍືນຍົງເຊິ່ງໄດ້ຮັກສາໄວ້ໃນຕະຫຼອດປີຜ່ານມາ.

ໂດຍ: ໄຊນີດາ