ກອງປະຊຸມປະຈຳປີລະຫວ່າງກອງບັນຊາການທະຫານແຂວງລາຍເຈົາ ກັບກອງບັນຊາການທະຫານແຂວງອຸດົມໄຊ
ກປ.ອອນໄລ - ຕອນເຊົ້າວັນທີ 16 ກັນຍາ, ຢູ່ກອງບັນຊາການທະຫານແຂວງລາຍເຈົາ, ໄດ້ດຳເນີນກອງປະຊຸມປະຈຳປີ 2025 ລະຫວ່າງກອງບັນຊາການທະຫານແຂວງລາຍເຈົາ ກັບກອງບັນຊາການທະຫານແຂວງອຸດົມໄຊ (ລາວ).
ທ່ານພັນເອກພິເສດ ດັ້ງວິ໊ງຖຸ້ຍ, ຫົວໜ້າການທະຫານກອງບັນຊາການທະຫານແຂວງລາຍເຈົາ ແລະທ່ານພົນຈັດຕະວາ ຄໍາເຜີຍ ໂສມພັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.
ທີ່ກອງປະຊຸມ, ການນຳກອງບັນຊາການທະຫານແຂວງລາຍເຈົາ ແລະກອງບັນຊາການທະຫານແຂວງອຸດົມໄຊ ໄດ້ແລກປ່ຽນ ແລະແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການເສດຖະກິດ-ສັງຄົມ, ໝາກຜົນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຂອງກຳລັງປະກອບອາວຸດຂອງສອງຝ່າຍ; ຮັບຮອງເອົາຜົນການຮ່ວມມືລະຫວ່າງແຂວງລາຍເຈົາ ກັບແຂວງອຸດົມໄຊ ແລະກອງບັນຊາການທະຫານສອງແຂວງ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ໃນໄລຍະທີ່ຜ່ານມາ, ກອງບັນຊາການທະຫານຂອງສອງແຂວງ ໄດ້ແລກປ່ຽນປະສົບການ, ຂໍ້ມູນຂ່າວສານ ແລະຮັກສາການພົວພັນຮ່ວມມືຢ່າງເປັນປະຈໍາ, ປະກອບສ່ວນປັບປຸງນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງຝ່າຍໃຫ້ນັບມື້ນັບເຂັ້ມແຂງ. ປີ 2024, ກອງບັນຊາການທະຫານແຂວງລາຍເຈົາ ໄດ້ຈັດສົ່ງຄະນະໄປຢ້ຽມຢາມ ແລະພົບປະສອງຝ່າຍກັບກອງບັນຊາການທະຫານແຂວງອຸດົມໄຊ ຕາມລະບຽບການທີ່ໄດ້ລົງນາມ.
ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ສະເໜີບັນດາທິດທາງການຮ່ວມມືໃນປີ 2026 ແລະຊຸມປີຕໍ່ໜ້າ. ໃນນັ້ນຈຸດສຸມແມ່ນ: ສືບຕໍ່ຊາບຊຶມທັດສະນະ, ແນວທາງການພົວພັນການຕ່າງປະເທດຂອງພັກ, ລັດ ແລະກອງທັບສອງປະເທດຢ່າງເລິກເຊິ່ງ; ສົມທົບກັນຈັດຕັ້ງການໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ບັນດາກຳລັງປະກອບອາວຸດປະຊາຊົນສອງແຂວງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ, ນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດ.
ທີ່ກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາບົດບັນທຶກຊ່ວຍຈຳ; ລົງນາມບົດບັນທຶກກອງປະຊຸມ.
ໂດຍ: ຈາງຫງວຽນ