ທີ່ການຕ້ອນຮັບ, ທ່ານນາງ ຫວູທິຮ່ຽນແຫ້ງ ໄດ້ແນະນຳໃຫ້ຄະນະປະຕິບັດງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງລາວກາຍ ໃນ 8 ເດືອນ ປີ 2025; ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ; ສະພາບການຮ່ວມມືລະຫວ່າງແຂວງລາວກາຍ ກັບບັນດາທ້ອງຖິ່ນຂອງລາວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baolaocai.vn

ເນັ້ນໜັກກ່ຽວກັບການເຄື່ອນໄຫວຮ່ວມມືລະຫວ່າງພະແນກສາທາລະນະສຸກແຂວງລາວກາຍ ກັບພະແນກສາທາລະນະສຸກແຂວງວຽງຈັນ, ທ່ານນາງ ຫວູທິຮ່ຽນແຫ້ງ ຮອງປະທານຄະນະກຳມະການປະຊາຊົນແຂວງລາວກາຍ ຢືນຢັນວ່າ ໃນຫຼາຍປີຜ່ານມາ, ການຮ່ວມມືລະຫວ່າງພະແນກສາທາລະນະສຸກຂອງສອງແຂວງໄດ້ນຳມາເຊິ່ງໝາກຜົນອັນດີງາມຫຼາຍຢ່າງ, ພິເສດແມ່ນໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປ້ອງກັນ, ຕ້ານພະຍາດ. ການເຄື່ອນໄຫວຮ່ວມມືໃນຂົງເຂດສາທາລະນະສຸກ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນນັບມື້ນັບແໜ້ນແຟ້ນລະຫວ່າງສອງແຂວງ ລາວກາຍ ແລະວຽງຈັນ ເວົ້າສະເພາະ ແລະລະຫວ່າງສອງປະເທດ ຫວຽດນາມ ແລະລາວ ເວົ້າລວມ.

ຕາງໜ້າໃຫ້ຄະນະປະຕິບັດງານ, ທ່ານນາງ ວັນເພັງ ພັນທະນາໄລ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍອັນລ້ຳຄ່າທີ່ແຂວງອຽນບາຍ ໃນເມື່ອກ່ອນ ທີ່ໄດ້ສະຫງວນໃຫ້ແຂວງວຽງຈັນ, ສິ່ງນັ້ນທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານເບິ່ງແຍງດູແລ, ປົກປັກຮັກສາສຸຂະພາບຂອງປະຊາຊົນແຂວງວຽງຈັນ. ພ້ອມທັງສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ພະແນກສາທາລະນະສຸກຂອງສອງແຂວງ ສືບຕໍ່ຍູ້ແຮງການເຄື່ອນໄຫວແລກປ່ຽນວິຊາການ, ບໍາລຸງຍົກສູງລະດັບຄວາມຮູ້ໃຫ້ແກ່ພະນັກງານທີ່ປະຕິບັດວຽກງານສາທາລະນະສຸກ.

ໃນຂອບເຂດການປະຕິບັດງານຄັ້ງນີ້, ຄະນະປະຕິບັດງານຂອງພະແນກສາທາລະນະສຸກແຂວງວຽງຈັນ ຈະໄປຢ້ຽມຢາມ ແລະເຮັດວຽກຢູ່ບາງຮາກຖານສາທາລະນະສຸກໃນບໍລິເວນແຂວງລາວກາຍ.

ໂດຍ: ຈາງຫງວຽນ