ທີ່ການຕ້ອນຮັບ, ທ່ານ ຟານຊວນຖຸຍ ໄດ້ຕີລາຄາສູງການຮ່ວມມືອັນແໜ້ນແຟ້ນລະຫວ່າງໜັງສືພິມປະຊາຊົນຫວຽດນາມ ແລະໜັງສືພິມປະຊາຊົນລາວ, ພິເສດແມ່ນໃນການຫັນໜັງສືພິມເອເລັກໂຕຼນິກຂອງໜັງສືພິມປະຊາຊົນລາວ ເປັນທັນສະໄໝ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງສະພາບການໃໝ່.

ທ່ານ ຟານຊວນຖຸຍ ຊີ້ແຈ້ງວ່າ ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມເດີນທາງ, ສ້າງເງື່ອນໄຂໃຫ້ພະນັກງານ, ນັກຂ່າວຂອງໜັງສືພິມປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບວິຊາສະເພາະ, ເຕັກໂນໂລຢີສື່ມວນຊົນໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການສື່ມວນຊົນຂອງຫວຽດນາມ ແລະ ລາວ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: nhandan.vn

ທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ໜັງສືພິມປະຊາຊົນຫວຽດນາມ ໄດ້ໜູນຊ່ວຍ, ຊ່ວຍເຫຼືອຍົກລະດັບລະບົບໜັງສືພິມເອເລັກໂຕຼນິກຂອງໜັງສືພິມປະຊາຊົນລາວ ຢ່າງສຸດອົກສຸດໃຈ. ພາຍຫຼັງມອບ-ຮັບລະບົບດັ່ງກ່າວ, ໜັງສືພິມປະຊາຊົນຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບໜັງສືພິມປະຊາຊົນລາວ ໃນວຽກງານເຄື່ອນໄຫວລະບົບ ແລະໜູນຊ່ວຍການຝຶກອົບຮົມການນຳໃຊ້ລະບົບ.

ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານສື່ມວນຊົນລະຫວ່າງສອງປະເທດ, ທ່ານ ວັນໄຊ ຕະວິນຍານ ແບ່ງປັນວ່າ, ໃນໄລຍະຜ່ານມາ, ໜັງສືພິມປະຊາຊົນລາວ ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການສື່ມວນຊົນຫວຽດນາມ ປະຈຳຢູ່ລາວ, ເປັນຕົ້ນແມ່ນອົງການໜັງສືພິມປະຊາຊົນຫວຽດນາມ ປະຈຳ ລາວ, ເພື່ອໂຄສະນາເຜີຍແຜ່ກ່ຽວກັບວັນບຸນໃຫຍ່ຂອງສອງປະເທດຢ່າງເລິກເຊິ່ງກວ້າງຂວາງ. ການສົມທົບກັນຢ່າງແໜ້ນແຟ້ນນີ້ກໍ່ປະກອບສ່ວນສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງແຮງ.

ໂດຍ: ຈາງຫງວຽນ