ຫວຽດນາມ ແລະ ຕູວາລູ ສ້າງຕັ້ງສາຍພົວພັນທາງການທູດ
ການເຊັນແຈ້ງການຮ່ວມຄັ້ງນີ້, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍບັນດາປະເທດໃນໂລກ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບທຸກປະເທດສະມາຊິກຂອງ ສະຫະປະຊາຊາດ (ປະຈຸບັນມີ 193 ປະເທດ).
ວັນທີ 24 ກັນຍາ, ຕາມເວລາທ້ອງຖິ່ນ, ຢູູ່ສຳນັກງານຄະນະຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສະຫະປະຊາຊາດ ທີ່ນິວຢອກ, ທ່ານ ເລຮວ່າຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Paulson Panapa, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະການຄ້າຕູວາລູ ໄດ້ເຊັນແຈ້ງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສສ ຫວຽດນາມ ແລະ ຕູວາລູ.
    |
 |
ທ່ານ ເລຮວ່າຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Paulson Panapa, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະການຄ້າຕູວາລູ. ພາບ: mofa.gov.vn |
ການເຊັນແຈ້ງການຮ່ວມຄັ້ງນີ້, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍບັນດາປະເທດໃນໂລກໄດ້ສ້າງຕັ້ງສາຍພົວພັນທາງການທູດ ກັບທຸກປະເທດສະມາຊິກຂອງສະຫະປະຊາຊາດ (ປະຈຸບັນມີ 193 ປະເທດ).
ພາຍຫຼັງ ພິທີເຊັນ, ທ່ານ ເລຮວ່າຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Paulson Panapa, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະການຄ້າຕູວາລູ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ສອງຝ່າຍ ຢືນຢັນວ່າ ການເຊັນແຈ້ງການຮ່ວມເປັນຂີດໝາຍປະຫວັດສາດ, ເປັນພື້ນຖານໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ; ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນເພື່ອຊຸກຍູ້ບັນດາກິດຈະການຮ່ວມມືໂດຍສະເພາະແມ່ນຢູ່ໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ ເຊັ່ນ: ເສດຖະກິດທະເລ, ການທ່ອງທ່ຽວ, ການສຶກສາ. ສອງຝ່າຍຍັງເຫັນດີເປັນເອກະພາບ ຈະປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີພາໄສຫຼາຍຝ່າຍ ທີ່ສອງປະເທດເປັນສະມາຊິກ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ