ນີ້ແມ່ນການເຄື່ອນໄຫວຕົ້ນຕໍຂອງງານບຸນວັດທະນະທຳນັກສຶກສາ ຫວຽດນາມ - ລາວ 2025 ໂດຍຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງ ຢາລາຍ ສົມທົບກັບຄະນະຊາວໜຸ່ມຂອງບັນດາມະຫາວິທະຍາໄລ, ວິທະຍາໄລໃນແຂວງ ຈັດຕັ້ງ. ນັກສຶກສາຊາວລາວ ແລະຊາວຫວຽດນາມ ເກືອບ 300 ຄົນ ທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ ໃນແຂວງ ແລະສະມາຊິກຄະນະຊາວໜຸ່ມ ຕາແສງ ກາດຕ໋ຽນ ໄດ້ເຂົ້າຮ່ວມລາຍການ.
ລາຍການລວມມີບັນດາການສະແດງໃຫ້ເຫັນບັນຍາກາດທີ່ສະຫງ່າອົງອາດ, ຄວາມມິດຕະພາບອ້າຍນ້ອງຂອງສອງປະເທດ ຫວຽດນາມ ແລະລາວ, ໄດ້ປຸກລະດົມຄວາມພາກພູມໃຈ, ຄວາມຮັບຜິດຊອບ ແລະຄວາມຄາດຫວັງອຸທິດສ່ວນຂອງບັນດານັກສຶກສາສອງປະເທດ ຫວຽດນາມ - ລາວ. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 10 ພູດໃຫ້ຊາວໜຸ່ມທີ່ປະສົບກັບຄວາມຫຍຸ້ງຍາກ ແລະພວມດຳລົງຊີວິດຢູ່ຕາແສງ ກາດຕ໋ຽນ.
ໂດຍ: ຈາງຫງວຽນ
Type the code from the image