ທີ່ການເຮັດວຽກ, ທ່ານ ຫງວຽນຈຸງກຽນ ໄດ້ຮັບຂໍ້ມູນກ່ຽວກັບຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດຫວຽດນາມ-ລາວ, ການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ທີ່ພວມດຳເນີນທຸລະກິດຢູ່ ລາວ.

leftcenterrightdel
ທ່ານ ຫງວຽນຈຸງກຽນ ປະທານຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ.

ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້, ຜູ້ຕາງໜ້າສະຫະສະມາຄົມຊາວຫວຽດນາມ ອາໄສຢູ່ລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ ໄດ້ແບ່ງປັນຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຈັດຕັ້ງ, ພິເສດແມ່ນໃນວຽກງານສຶກສາພາສາຫວຽດ, ຮັກສາສີສັນວັດທະນະທໍາຂອງຊາດ ແລະໜູນຊ່ວຍຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ; ພ້ອມທັງຢືນຢັນວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ.

leftcenterrightdel
ບັນຍາກາດທີ່ການພົບປະ.

ຮັບຮູ້ບັນດາຄໍາເຫັນປະກອບ ແລະແບ່ງປັນກັບຄວາມຫຍຸ້ງຍາກທີ່ປະຊາຄົມພວມປະເຊີນໜ້າ, ປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີວ່າໃນໄລຍະຈະມາເຖິງບັນດາສະມາຄົມຈະສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງ, ຍູ້ແຮງວຽກງານປະຊາຄົມໃນທຸກດ້ານ ຄື: ປັບປຸງກຸ່ມກ້ອນມະຫາສາມັກຄີ, ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ພັດທະນາພາສາຫວຽດ ໃຫ້ຄົນຮຸ່ນໜຸ່ມ, ເພີ່ມທະວີການເຊື່ອມຕໍ່ກັບນັກຊ່ຽວຊານ, ປັນຍາຊົນ ແລະນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ.

ທ່ານ ຫງວຽນຈຸງກຽນ ຫວັງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ຈະຍູ້ແຮງວຽກງານໂຄສະນາເຜີຍແຜ່, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ພິເສດແມ່ນສຸມໃສ່ການສຶກສາອົບຮົມຄົນຮຸ່ນໜຸ່ມ ແລະຍົກສູງຄວາມຮັບຮູ້ໃຫ້ປະຊາຄົມກ່ຽວກັບບົດບາດ, ຄວາມຮັບຜິດຊອບຕໍ່ບ້ານເກີດເມືອງນອນ - ປະເທດ.

ໂດຍ: ໄຊຊະນະ