ແຜ່ຂະຫຍາຍນ້ຳໃຈສາມັກຄີ ຫວຽດນາມ - ລາວ

ໃນລະຫວ່າງວັນທີ 7–16 ກັນຍາ ທີ່ຜ່ານມາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເລິມດົ່ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ ສປປ ລາວ. ນີ້ແມ່ນການເຄື່ອນໄຫວການທູດປະຊາຊົນທີ່ເຕັມໄປດ້ວຍຄວາມໝາຍດ້ານການເມືອງ,  ສັງຄົມຢ່າງເລິກເຊິ່ງ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອລະຫວ່າງແຂວງເລິມດົ່ງ ກັບແຂວງຈຳປາສັກ ແລະບໍລິຄຳໄຊ, ພ້ອມທັງແຜ່ຂະຫຍາຍນ້ຳໃຈສາມັກຄີ ຫວຽດນາມ - ລາວ ໃຫ້ປະຊາຊົນທຸກຊັ້ນຄົນ.

leftcenterrightdel
ນັກຮຽນລາວ ມີຄວາມພາກພູມໃຈເມື່ອໄດ້ຮັບຄອມພິວເຕີ ເພື່ອຮັບໃຊ້ເຂົ້າໃນການຮໍ່າຮຽນ. ພາບ: baolamdong.vn

ທ່ານ ຫງວຽນບ້ານ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເລິມດົ່ງ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ໄດ້ຮັບການສະໜັບສະໜູນ, ຮ່ວມເດີນທາງຂອງຫຼາຍອົງການ, ກົມກອງ, ວິສາຫະກິດ ແລະຜູ້ໃຈບຸນໃຈກຸສົນດ້ວຍຈຳນວນເງິນຫຼາຍກ່ວາ 500 ລ້ານດົ່ງ. ຈາກແຫຼ່ງກໍາລັງດັ່ງກ່າວ, ສະມາຄົມໄດ້ມອບຄອມພິວເຕີຕັ້ງໂຕະ 17 ຊຸດ ໃຫ້ແກ່ໂຮງຮຽນມິດຕະພາບ ຈໍາປາສັກ-ເລິມດົ່ງ, ໂຮງຮຽນມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ (ແຂວງບໍລິຄຳໄຊ) ແລະໂຮງຮຽນປະຖົມຖົງເຍິດ (ແຂວງຄໍາມ່ວນ). ນອກຈາກນັ້ນ, ຄະນະຍັງໄດ້ມອບທຶນການສຶກສາ 203 ທຶນ ດ້ວຍມູນຄ່າກວ່າ 200 ລ້ານດົ່ງ ພ້ອມກັບຂອງຂວັນ 100 ພູດ (ແຕ່ລະພູດມີມູນຄ່າ 500.000 ດົ່ງ) ໃຫ້ແກ່ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກຢູ່ສອງແຂວງແຮກສ່ຽວ ຈຳປາສັກ ແລະ ບໍລິຄຳໄຊ. ລວມມູນຄ່າຂອງຂວັນທັງໝົດແມ່ນກວ່າ 560 ລ້ານດົ່ງ.

ຄຽງຂ້າງນັ້ນ, ຄະນະປະຕິບັດງານ ຍັງໄດ້ໄປຢ້ຽມຢາມ ແລະເຂົ້າຢ້ຽມຂ່ຳນັບສະຖານທູດຫວຽດນາມ ປະຈຳລາວ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ, ປາກເຊ ແລະສະຫວັນນະເຂດ; ເຮັດວຽກກັບສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງຈໍາປາສັກ ແລະແຂວງບໍລິຄໍາໄຊ. ຢູ່ບັນດາສະຖານທີ່ ຄະນະໄດ້ໄປນັ້ນ ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ໄດ້ຮັບຟັງການນຳທ້ອງຖິ່ນ ແລະອົງການຜູ້ຕາງໜ້າການທູດແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວ, ບັນດາໂຄງການລົງທຶນຂອງຫວຽດນາມ, ພ້ອມທັງ ເນັ້ນໜັກເຖິງບົດບາດຂອງການທູດປະຊາຊົນ, ເຊິ່ງແມ່ນໜຶ່ງໃນ 3 ເສົາຄ້ຳສຳຄັນຂອງວຽກງານການທູດພັກ ແລະລັດ.

ທ່ານນາງ ຕ້າເຟືອງຢຸງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນປາກເຊ ເນັ້ນໜັກວ່າ: “ເລື່ອງສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເລິມດົ່ງ ຮັກສາການແລກປ່ຽນຄະນະຜູ້ແທນຢູ່ ສປປ ລາວ ແລະມອບທຶນການສຶກສາ, ມອບຂອງຂວັນໃຫ້ໂຮງຮຽນມິດຕະພາບ ຈຳປາສັກ - ເລິມດົ່ງ ມີຄວາມໝາຍທີ່ແທດຈິງ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ.

ການຢ້ຽມຢາມຍິ່ງມີຄວາມໝາຍເມື່ອໄດ້ດໍາເນີນໄປໃນໂອກາດທີ່ຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ ແລະກ່ອນທີ່ຈະຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ ອາຍຸການ 2026 - 2030. ໃນໄລຍະຈະມາເຖິງ, ຫວັງວ່າສະມາຄົມຈະສືບຕໍ່ຮັກສາການເຊື່ອມຕໍ່ກັບສະມາຄົມມິດຕະພາບ ລາວ-ຫວຽດນາມ ຢູ່ປະເທດເພື່ອນບ້ານ, ລະດົມແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືຢ່າງແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຢ່າງແໜ້ນແຟ້ນ

ໂດຍສ້າງຕັ້ງຂຶ້ນໃນປີ 2018, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເລິມດົ່ງ ປະຈຸບັນມີສະມາຊິກກວ່າ 1.000 ຄົນ, ເປັນຂົວຕໍ່ສຳຄັນໃນການເຄື່ອນໄຫວທາງການທູດປະຊາຊົນລະຫວ່າງສອງປະເທດ ຫວຽດນາມ-ລາວ. ປີ 2024, ສະມາຄົມໄດ້ມອບເຮືອນສາມັກຄີ 2 ຫຼັງ ມີມູນຄ່າ 200 ລ້ານດົ່ງ, ມອບຂອງຂວັນ 45 ພູດ ມີມູນຄ່າ 50 ລ້ານດົ່ງ ໃຫ້ນັກຮຽນລາວທີ່ທຸກຍາກ ຜ່ານຜ່າຄວາມຫຍຸ້ງຍາກ; ໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈນາຍ ແລະພົນທະຫານກອງທັບປະຊາຊົນລາວ ແລະນັກສຶກສາລາວ ທີ່ຮຽນຢູ່ແຂວງເລິມດົ່ງ ຢ່າງເປັນປະຈຳ. ບັນດາການເຄື່ອນໄຫວອຸປະຖຳໃຫ້ແກ່ນັກສຶກສາລາວ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ສ້າງເງື່ອນໄຂໃຫ້ພວກນ້ອງມີຄວາມອຸ່ນອ່ຽນໃຈຮ່ຳຮຽນ, ສະໜິດຕິດພັນກັບແຂວງເລິມດົ່ງ ຢ່າງຍາວນານ.

ໃນໄລຍະຈະມາເຖິງ, ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ, ສະມາຄົມຈະສືບຕໍ່ປັບປຸງການຈັດຕັ້ງ, ຮັບສະມາຊິກໃໝ່, ຍູ້ແຮງວຽກງານຫັນເປັນຂອງສັງຄົມ, ລະດົມແຫຼ່ງກຳລັງໃຫ້ແກ່ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື. ສະມາຄົມຍັງຈະເສີມຂະຫຍາຍບົດບາດຂອງສະໂມສອນນັກທຸລະກິດ ຫວຽດນາມ-ລາວ, ສ້າງຂົວເຊື່ອມຕໍ່ການຮ່ວມມືພັດທະນາເສດຖະກິດ, ການເຊື່ອມຕໍ່ການຜະລິດ, ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງສອງປະເທດໃຫ້ແໜ້ນແຟ້ນກວ່າອີກ.

ການໄປປະຕິບັດງານຂອງສະມາຄົມໃນຄັ້ງນີ້ ບໍ່ພຽງແຕ່ເປັນການໄປໜູນຊ່ວຍບັນດາທ້ອງຖິ່ນ, ໂຮງຮຽນ ແລະນັກຮຽນຢູ່ລາວ ຢ່າງແທດຈິງເທົ່ານັ້ນ ຫາກຍັງເພີ່ມພູນຄູນສ້າງ, ແຜ່ຂະຫຍາຍນ້ຳໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ, ສົມກັບນໍ້າໃຈ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ” ລະຫວ່າງສອງປະເທດ ອີກດ້ວຍ.

ໂດຍ: ຈາງຫງວຽນ