ສື່ມວນຊົນ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນສັງກາດດີຈີຕອນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນໜັງສືພິມປະຊາຊົນລາວ ນໍາໂດຍທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນລາວ ໄດ້ມີການພົບປະ ແລະເຮັດວຽກກັບສໍານັກຂ່າວສານຫວຽດນາມ.
ຕອນເຊົ້າວັນທີ 24 ກັນຍາ, ຢູ່ສຳນັກງານສູນສໍານັກຂ່າວສານແຫ່ງຊາດ, ທ່ານນາງ ຫວູຫວຽດຈາງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານຫວຽດນາມ ໄດ້ເປັນປະທານການຕ້ອນຮັບຄະນະຜູ້ແທນໜັງສືພິມປະຊາຊົນລາວ. ເຂົ້າຮ່ວມມີຜູ້ຕາງໜ້າໜັງສືພິມປະຊາຊົນຫວຽດນາມ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ຫວູຫວຽດຈາງ ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງສຳນັກຂ່າວສານຫວຽດນາມ ແລະສໍານັກຂ່າວສານປະເທດລາວ ແມ່ນສັນຍາລັກຂອງນໍ້າໃຈມິດຕະພາບ, ສັດຊື່ບໍລິສຸດ ແລະບໍລິສຸດຜຸດຜ່ອງ. ສອງຝ່າຍໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືແທດຈິງ ແລະມີປະສິດທິຜົນໃນບັນດາຂົງເຂດ, ຄື: ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນຄະນະຜູ້ແທນ, ໜູນຊ່ວຍນັກຂ່າວ, ໜູນຊ່ວຍດ້ານເຕັກນິກ ແລະບຳລຸງສ້າງວິຊາການສື່ມວນຊົນ. ຜ່ານຫຼາຍໄລຍະແຫ່ງການພັດທະນາ, ອາລົມຈິດສະໜິດຕິດພັນລະຫວ່າງສອງສໍານັກຂ່າວສານ ຫວຽດນາມ-ລາວ ບໍ່ພຽງແຕ່ແມ່ນສາຍພົວພັນດ້ານວິຊາຊີບເທົ່ານັ້ນ ຫາກຍັງແມ່ນນໍ້າໃຈສະຫາຍ, ເພື່ອນຮ່ວມອາຊີບເປັນມິດ.
ທ່ານນາງ ຫວູຫວຽດຈາງ ສະແດງຄວາມປາດຖະໜາວ່າ ທ່ານ ວັນໄຊ ຕະວິນຍານ ແລະການນຳຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອສໍານັກຂ່າວສານຫວຽດນາມ ແລະສໍານັກຂ່າວສານປະເທດລາວ ຜັນຂະຫຍາຍບການຮ່ວມມືຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.
    |
 |
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາງໜ້າຄະນະຜູ້ແທນໜັງສືພິມປະຊາຊົນລາວ, ທ່ານ ວັນໄຊ ຕະວິນຍານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງສໍານັກຂ່າວສານຫວຽດນາມ ສະຫງວນໃຫ້ຄະນະ; ພ້ອມທັງຫວັງວ່າໃນໄລຍະຈະມາເຖິງ, ສອງອົງການຈະຊຸກຍູ້ການຮ່ວມມືທີ່ແທດຈິງກວ່າອີກ, ພິເສດແມ່ນການແລກປ່ຽນຂໍ້ມູນຂ່າວສານ, ຮູບພາບ, ບົດວິຈານກ່ຽວກັບເຫດການການເມືອງສຳຄັນຂອງແຕ່ລະປະເທດ. ປະຈຸບັນ, ໜັງສືພິມປະຊາຊົນລາວ ມີຄໍລຳສາກົນ ແລະຍາມໃດກໍ່ພ້ອມແລ້ວທີ່ຈະລົງຂ່າວ, ບົດກ່ຽວກັບຫວຽດນາມ, ຜ່ານນັ້ນປະກອບສ່ວນໂຄສະນາຮູບພາບປະເທດຊາດ ແລະສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ.
ໂດຍ: ເຈິ່ນຮວ່ຽນ