ທີ່ກອງປະຊຸມປຶກສາຫາລືດ້ານການເມືອງ, ສອງຝ່າຍໄດ້ກວດກາຄືນສະພາບການຜັນຂະຫຍາຍ, ສົມທົບກັນ ແລະໝາກຜົນທີ່ບັນລຸໄດ້ນັບແຕ່ກອງປະຊຸມ ຄັ້ງທີ 3 ມາຮອດປະຈຸບັນ; ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນລະຫວ່າງສອງກະຊວງການຕ່າງປະເທດ, ປະກອບສ່ວນນຳການພົວພັນຫວຽດນາມ-ໂອມານ ເຂົ້າສູ່ໄລຍະພັດທະນາໃໝ່.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານ Khalifa Bin Ali Al Harthy ຮອງລັດຖະມົນຕີກະຊວງການຕ່າງປະເທດໂອມານ ພ້ອມກັບຄະນະຜູ້ແທນຂອງສອງປະເທດ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ. ພາບ: mofa.gov.vn

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສອງປະເທດ ຖືວ່າ ສອງປະເທດມີຫຼາຍຈຸດຄ້າຍຄືກັນ, ບັນດາຂະແໜງເສດຖະກິດມີລັກສະນະຊ່ວຍຊູກັນ ແລະມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການພົວພັນຮ່ວມມືຫຼາຍດ້ານ ສົມກັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະບົນພື້ນຖານຜົນຂອງກອງທຶນລົງທຶນ ຫວຽດນາມ - ໂອມານ ແລະກອງທຶນການເຕີບໂຕໃນສັງກາດໃໝ່.

ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນການນຳຂັ້ນສູງ; ຍົກສູງວົງເງິນການຄ້າສອງຝ່າຍ, ຊຸກຍູ້ການຮ່ວມມືດ້ານການລົງທຶນໃນຂົງເຂດ, ຄື: ຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືດ້ານອາຊີບຫາປາ, logistics, ປັນຍາປະດິດ, ພະລັງງານທົດແທນ... ພ້ອມທັງຈັດຕັ້ງການເຄື່ອນໄຫວແນະນຳວັດທະນະທຳ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງຝ່າຍ. ສອງຝ່າຍຍັງເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ສາກົນ ແລະໃນພາກພື້ນ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ, ກົນໄກຮ່ວມມື ອາຊຽນ - GCC...

ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ, ສອງຝ່າຍຢືນຢັນຈະເຊີດຊູລັດທິຫຼາຍຝ່າຍ, ການຮ່ວມມືສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ໃຫ້ສອດຄ່ອງກັບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.

ໂດຍ: ຈາງຫງວຽນ