ກ່າວຄຳເຫັນທີ່ພິທີ, ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ທົບທວນຄືນໄລຍະທາງປະຫວັດສາດອັນອົງອາດກະຫານຂອງຊາວຫວຽດນາມ ໃນໄລຍະ 80 ປີຜ່ານມາ. ທ່ານນາງ ດັ້ງທິຫາຍເຕິມ ເນັ້ນໜັກວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ດໍາເນີນການປະຕິວັດເດືອນສິງຫາຢ່າງສຳເລັດຜົນ, ຍາດເອົາອຳນາດການປົກຄອງມາສູ່ມືປະຊາຊົນ. ທ່ານນາງ ດັ້ງທິຫາຍເຕິມ ເນັ້ນໜັກວ່າ ບັນດາຜົນງານອັນໃຫຍ່ຫຼວງດັ່ງກ່າວບໍ່ສາມາດບັນລຸໄດ້ຖ້າບໍ່ມີການສະໜັບສະໜູນ ແລະການຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ. ສາຍພົວພັນແບບພິເສດຫວຽດນາມ - ລາວ ໄດ້ຮັບການເພີ່ມພູນຄູນສ້າງໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ.
ຕາງໜ້າການນຳ 3 ແຂວງພາກກາງຂອງລາວ, ທ່ານ ບຸນໂຈມ ອຸບົນປະເສີດ, ເລຂາພັກ, ເຈົ້າແຂວງສະຫວັນນະເຂດ ສະແດງຄວາມປິຕິຊົມຊື່ນໃນຕະຫຼອດ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວນຳການປະຕິວັດຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ; ພ້ອມທັງສະແດງຄວາມພາກພູມໃຈເມື່ອເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ສ້າງຕັ້ງຂຶ້ນ, ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນານັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງປະເທດ ຫວຽດນາມ-ລາວ.
    |
 |
ທ່ານນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳ ສະຫວັນນະເຂດ ມອບໃບຍ້ອງຍໍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ລາວ ທີ່ມີຜົນງານດີເດັ່ນ ໃນຄວາມສາມັກຄີອວ່າຍໜ້າເມືອຫາບ້ານເກີດເມືອງນອນປະທດຊາດ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ບຸນໂຈມ ອຸບົນປະເສີດ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ມາຍັງພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ສະຫງວນໃຫ້ແກ່ປະເທດລາວ, ແຂວງສະຫວັນນະເຂດ ແລະແຂວງອື່ນໆຂອງລາວ, ທັງຢູ່ໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະໄລຍະພັດທະນາໃນປະຈຸບັນ; ຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບພັກ, ລັດ ແລະປະຊາຊົນຫວຽດນາມ ເພື່ອຮັກສາ ແລະພັດທະນາສາຍພົວພັນແບບພິເສດທີ່ຫາຍາກດັ່ງກ່າວ ໃນການພົວພັນສາກົນ, ເພື່ອນໍາການພົວພັນນີ້ນັບມື້ນັບເກີດດອກອອກຜົນ, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ກໍ່ຄືສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືເພື່ອການພັດທະນາຂອງພາກພື້ນ ແລະໃນໂລກ.
ທີ່ພິທີ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະບຸກຄົນ ໄດ້ມອບລາງວັນ, ທຶນການສຶກສາ, ອຸປະກອນການຮຽນ, ຫ້ອງທົດລອງ STEM, ໂຄງການ Eduten, ຄອມພິວເຕີ ແລະ ຂອງຂວັນໃຫ້ແກ່ ພວກນ້ອງນັກຮຽນທີ່ທຸກຍາກ, ສະໂມສອນພາສາຫວຽດ ແຂວງສະຫວັນນະເຂດ ແລະໂຮງຮຽນຈຳນວນໜຶ່ງຢູ່ບໍລິເວນແຂວງສະຫວັນນະເຂດ ແລະ ຄຳມ່ວນ.
ໂດຍ: ທູຈາງ