ລາວ ແລະຫວຽດນາມ ຢືນຢັນຄວາມສາມັກຄີ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ ສປຊ
ກປ.ອອນໄລ - ວັນທີ 1 ກັນຍາ, ຢູ່ນະຄອນນິວຢອກ (ອາເມລິກາ), ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ໄດ້ນຳໜ້າຄະນະການນໍາ ແລະພະນັກງານຫຼັກແຫຼ່ງຂອງຄະນະຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ສະຫະປະຊາຊາດ (ສປຊ) ໄປອວຍພອນ ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງຫວຽດ ແລະຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່ອນພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ.