ລາວ ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 30 ສິງຫານີ້, ຢູ່ນະຄອນຫຼວງວຽງຈັນ, ພັກ ແລະລັດລາວ ໄດ້ຈັດພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງວັນຊາດ ຫວຽດນາມ ຄົບຮອບ 80 ປີ.
ເຂົ້າຮ່ວມມີບັນດາການນຳ ແລະອະດີດການນຳຂອງພັກ ແລະລັດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນຂອງລາວ; ແລະພະນັກງານ, ພາລະກອນຂອງສະຖານທູດຫວຽດນາມ ປະຈຳລາວ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຫາຍອຽນ |
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 / 2 ກັນຍາ 2025), ທ່ານຮອງປະທານປະເທດລາວ ບຸນທອງ ຈິດມະນີ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາປີ 1945 ທີ່ໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງພາໄປເຖິງເຫດການ 2 ກັນຍາ 1945, ແລະ ວັນທີ 30 ເມສາ 1975. ໄຊຊະນະປະຫວັດສາດທີ່ສຳຄັນຂອງຊາວຫວຽດນາມ; ຢືນຢັນວ່າໄຊຊະນະຂອງການປະຕິວັດຫວຽດນາມ ປີ 1945 ແລະໄຊຊະນະປີ 1975 ໄດ້ສ້າງໂອກາດອັນສະດວກໃຫ້ປະຊາຊົນລາວລຸກຂຶ້ນຍາດເອົາເອກະລາດໃນວັນທີ 12 ຕຸລາ 1945 ແລະແມ່ນໂອກາດເພື່ອໃຫ້ປະຊາຊົນລາວຍຶດອຳນາດ ແລະສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິນເຕີມ ຢືນຢັນວ່າ: ທຸກໆໄຊຊະນະ ແລະຜົນສຳເລັດທີ່ປະຊາຊົນຫວຽດນາມ ບັນລຸໄດ້ໃນ 80 ປີຜ່ານມາ ແມ່ນຍ້ອນການສະໜັບສະໜູນ ແລະການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ພິເສດແມ່ນນ້ຳໃຈສາມັກຄີ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ຈິງໃຈ ແລະຮັກແພງຂອງພັກ, ລັດ ແລະປະຊາຊົນລາວ. ຈະບໍ່ມີໄຊຊະນະຫຼືຜົນສຳເລັດຂອງຫວຽດນາມ ແລະ ລາວ ຖ້າຫາກບໍ່ມີຄວາມສາມັກຄີ, ການເສຍສະຫຼະ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນຂອງປະຊາຊົນສອງປະເທດ.
ໂດຍ: ກວຽດເຕິມ