ການນໍາແຂວງບັກນິງ ຕ້ອນຮັບຄະນະປະຕິບັດງານວາລະສານອະລຸນໃໝ່ (ລາວ) ແລະວາລະສານກອມມູນິດ (ຫວຽດນາມ)
ກປ.ອອນໄລ - ຕອນບ່າຍວັນທີ 8 ກັນຍາ, ຄະນະປະຕິບັດງານວາລະສານອະລຸນໃໝ່ ນໍາໂດຍສະຫາຍ ວັນລາຕີ ຄໍາວານວົງສາ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະປະຕິບັດງານວາລະສານກອມມູນິດ ນໍາໂດຍສະຫາຍ ຮວ່າງຈູງຢູງ, ຫົວໜ້າບັນນາທິການວາລະສານກອມມູນິດ ໄດ້ຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງບັກນິງ.
ທີ່ການເຮັດວຽກ, ສະຫາຍ ຫງວຽນວັນເກົ໋າ ເລຂາພັກແຂວງບັກນິງ ເນັ້ນໜັກວ່າ: ບັກນິງ ຍາມໃດກໍຖືເປັນສຳຄັນ, ຮັກສາ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ. ໃນຫຼາຍປີຜ່ານມາ, ແຂວງບັກນິງ ແລະແຂວງບັກຢາງ (ກ່ອນທີ່ໂຮມເຂົ້າກັນ) ໄດ້ສ້າງຕັ້ງ ແລະຮັກສາການພົວພັນຮ່ວມມືຢ່າງມີປະສິດທິຜົນກັບສອງແຂວງຂອງລາວ ຄື: ໄຊສົມບູນ ແລະຫົວພັນ.
ການເຄື່ອນໄຫວຮ່ວມມືພົ້ນເດັ່ນລວມມີ: ໜູນຊ່ວຍການສຶກສາ, ບຳລຸງກໍ່ສ້າງ; ພື້ນຖານໂຄງລ່າງ; ຖ່າຍທອດເຕັກນິກກະສິກຳ, ການແພດ; ແລກປ່ຽນຄະນະຜູ້ແທນປະຈຳປີ, ເພີ່ມທະວີການພົບປະແລກປ່ຽນ, ຮຽນຮູ້ ແລະຮັດແໜ້ນສາຍພົວພັນມິດຕະພາບ ...
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: bacninh.dcs.vn |
ສະຫາຍເລຂາພັກແຂວງບັກນິງ ປາດຖະໜາວ່າ ຜ່ານການຢ້ຽມຢາມ ແລະເຮັດວຽກຄັ້ງນີ້, ສະຫາຍ ວັນລາຕີ ຄໍາວານວົງສາ ສືບຕໍ່ເອົາໃຈໃສ່, ມີການປະກອບສ່ວນແນໃສ່ຊຸກຍູ້ພັດທະນາການພົວພັນຮ່ວມມືໃຫ້ໜັກແໜ້ນລະຫວ່າງແຂວງບັກນິງ ກັບແຂວງໄຊສົມບຸນ, ແຂວງຫົວພັນ ແລະບັນດາທ້ອງຖິ່ນອື່ນຂອງລາວ.
    |
 |
ສະຫາຍ ວັນລາຕີ ຄໍາວານວົງສາ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ແລະສະຫາຍ ຮວ່າງຈູງຢູງ ຫົວໜ້າບັນນາທິການວາລະສານກອມມູນິດ ທີ່ການເຮັດວຽກ. ພາບ: bacninh.dcs.vn |
ສ່ວນສະຫາຍ ວັນລາຕີ ຄໍາວານວົງສາ ເຫັນດີກັບການສືບຕໍ່ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໂດຍ ການນຳລຸ້ນຕ່າງໆຂອງສອງປະເທດ ໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ. ພ້ອມທັງຢືນຢັນວ່າ ວາລະສານອະລຸນໃໝ່ ມີຄວາມເປັນກຽດທີ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດນັ້ນ.
    |
 |
ສະຫາຍ ວັນລາຕີ ຄໍາວານວົງສາ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ມອບຂອງຂວັນເປັນທີ່ລະນຶກໃຫ້ສະຫາຍ ຫງວຽນວັນເກົ໋າ ເລຂາພັກແຂວງບັກນິງ. ພາບ: bacninh.dcs.vn |
ສະຫາຍ ຮວ່າງຈູງຢູງ ຫົວໜ້າບັນນາທິການວາລະສານກອມມູນິດ ສະແດງຄວາມຊົມເຊີຍຕໍ່ໝາກຜົນຮອບດ້ານທີ່ແຂວງບັກນິງ ບັນລຸໄດ້ໃນທຸກຂົງເຂດ. ສະຫາຍ ຮວ່າງຈູງຢູງ ຢືນຢັນວ່າ ໃນຂອບເຂດການປະຕິບັດບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງວາລະສານກອມມູນິດ ແລະວາລະສານອະລຸນໃໝ່ ໄລຍະ 2023-2027, ສອງຝ່າຍໄດ້ສືບຕໍ່ຮັກສາການຢ້ຽມຢາມ ແລະເຮັດວຽກປະຈຳປີເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນທິດສະດີ ແລະວິຊາການ, ແບ່ງປັນບົດຮຽນກ່ຽວກັບວຽກງານສື່ມວນຊົນ, ຄົ້ນຄວ້າວິທະຍາສາດ ແລະໂຄສະນາເຜີຍແຜ່.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: bacninh.dcs.vn |
ສອງຝ່າຍເຫັນດີສືບຕໍ່ຍູ້ແຮງການສົມທົບກັນໃນການໂຄສະນາເຜີຍແຜ່, ແບ່ງປັນບົດຂຽນ, ຄົ້ນຄວ້າທິດສະດີ ແລະພຶດຕິກໍາຕົວຈິງ, ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງສອງອົງການ, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະພັດທະນາ.
ໂດຍ: ທູຈາງ