ນໍ້າໃຈສາມັກຄີຫວຽດນາມ - ລາວ ແມ່ນພິເສດໃນໂລກ
ກປ.ອອນໄລ - ວັນທີ 12 ກັນຍາ, ຢູ່ນະຄອນຫຼວງກົວລາລຳເປີ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ, ທ່ານ ເທບຖາວອນ ແສງມະນີ ເອກອັກຄະລັດຖະທູດລາວ ປະຈໍາ ມາເລເຊຍ ໄດ້ນໍາໜ້າຄະນະພະນັກງານສະຖານທູດລາວ ປະຈໍາ ມາເລເຊຍ ມາຢ້ຽມຢາມ ແລະອວຍພອນສະຖານທູດ ຫວຽດນາມ ປະຈໍາມາເລເຊຍ.
ທ່ານ ເທບຖາວອນ ແສງມະນີ ເອກອັກຄະລັດຖະທູດລາວ ປະຈໍາ ມາເລເຊຍ ໄດ້ອວຍພອນທ່ານ ດິງຫງອກລິງ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ, ພາລະກອນຂອງສະຖານທູດ ກ່ຽວກັບຄວາມເອກອ້າງທະນົງໃຈ ແລະຄວາມຜາສຸກຕໍ່ຜົນງານອັນໃຫຍ່ຫຼວງທີ່ປະຊາຊົນຫວຽດນາມ ບັນລຸໃນ 80 ປີຜ່ານມາ.
ທ່ານ ເທບຖາວອນ ແສງມະນີ ເນັ້ນໜັກວ່າ ຈາກໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ຫວຽດນາມ ໄດ້ກາຍເປັນປະເທດເອກະລາດ, ຜ່ານຜ່າຄວາມຫຍຸ້ງຍາກລໍາບາກຫຼາຍຢ່າງ, ຮັກສາພື້ນຖານເອກະລາດ, ກ້າວເຂົ້າສູ່ຍຸກໃໝ່ຢ່າງໝັ້ນຄົງເຂັ້ມແຂງດ້ວຍຂອບຂະໜາດເສດຖະກິດຢືນອັນດັບທີ 35 ໃນໂລກ. ທ່ານ ເທບຖາວອນ ແສງມະນີ ໃຫ້ຮູ້ວ່າ ຫວຽດນາມ ແມ່ນແບບຢ່າງແຫ່ງການພັດທະນາຂອງລາວ.
    |
 |
ທ່ານ ດິງຫງອກລິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ຕ້ອນຮັບທ່ານ ເທບຖາວອນ ແສງມະນີ ເອກອັກຄະລັດຖະທູດລາວ ປະຈໍາ ມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ເທບຖາວອນ ແສງມະນີ ໄດ້ສະແດງຄວາມຂອບອົກຂອບໃຈຝ່າຍຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່, ປະກອບສ່ວນເຂົ້າໃນພື້ນຖານເອກະລາດ, ການພັດທະນາຂອງລາວ ຄືໃນປະຈຸບັນ, ຢືນຢັນນໍ້າໃຈສາມັກຄີ, ການຮ່ວມມືມິດຕະພາບຫວຽດນາມ - ລາວ ແມ່ນມີໜຶ່ງບໍ່ມີສອງໃນໂລກ. ທ່ານ ເທບຖາວອນ ແສງມະນີ ປາດຖະໜາວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືທີ່ນັບມື້ນັບສິດໜິດຕິດພັນ, ມີປະສິດທິຜົນລະຫວ່າງສອງສະຖານທູດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບເຕັມໄປດ້ວຍຖານສະຫາຍລະຫວ່າງສອງປະເທດ.
ສ່ວນທ່ານ ດິງຫງອກລິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດສະໜົມລະຫວ່າງສອງສະຖານທູດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງສອງປະເທດ ແລະການສົມທົບກັນຢ່າງມີປະສິດທິຜົນ ຢູ່ໃນອາຊຽນ.
ໂດຍ: ທູຈາງ