ທີ່ການສົນທະນາທາງໂທລະສັບ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງບັນດາຜົນງານການຕ່າງປະເທດທີ່ສຳຄັນ, ຮອບດ້ານ ແລະພົ້ນເດັ່ນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການປັບປຸງ ແລະພັດທະນາສາຍພົວພັນແບບພິເສດ ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ ດ້ວຍການປະກອບສ່ວນສຳຄັນຂອງຂະແໜງການຕ່າງປະເທດຫວຽດນາມ. ສະຫາຍ ທອງສະຫວັນ ພົມວິຫານ ເນັ້ນໜັກວ່າ ການປະຕິບັດບັນດາເນື້ອໃນການຮ່ວມມືໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຊີ້ນໍາຂອງການນຳຂັ້ນສູງສອງພັກ, ສອງລັດ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະແທດຈິງ.

leftcenterrightdel
ສະຫາຍ ເລຮວ່າຍຈູງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ສ່ວນສະຫາຍ ເລຮວ່າຍຈູງ ຕີລາຄາວ່າ, ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ ໄດ້ ແລະພວມພັດທະນາຢ່າງແຂງແຮງ, ຮອບດ້ານໃນທຸກຂົງເຂດ ນັບມື້ນັບມີປະສິດທິຜົນ ແລະແທດຈິງ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດໃນການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບລາວ; ເນັ້ນໜັກວ່າ, ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະມົນຕີກະຊວງການຕ່າງປະເທດລາວ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ ຢ່າງແຂງແຮງ.

ສອງລັດຖະມົນຕີ ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ ແລະກະກຽມໃຫ້ບັນດາການເຄື່ອນໄຫວສຳຄັນຂອງແຕ່ລະປະເທດ ກໍ່ຄືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະສົບການ ແລະໜູນຊ່ວຍລາວໃນການພັດທະນາເສດຖະກິດ-ສັງຄົມ, ເປັນຕົ້ນແມ່ນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ສອງຝ່າຍເນັ້ນໜັກວ່າຄວນສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດຢ່າງມີປະສິດທິຜົນ, ເສີມຂະຫຍາຍກົນໄກປຶກສາຫາລືປະຈຳປີລະຫວ່າງການນຳ ແລະຫົວໜ່ວຍຂອງສອງກະຊວງ ຢ່າງປະສິດທິຜົນ, ຕັ້ງໜ້າປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະພາກພື້ນ.

ໂດຍ: ເຈິ່ນຮວ່ຽນ