ເປີດທິດທາງຮ່ວມມືໃໝ່ໃນຂົງເຂດກະສິກຳລະຫວ່າງຫວຽດນາມ ແລະລາວ
ກປ.ອອນໄລ - ກອງປະຊຸມສຳມະນາສາກົນກ່ຽວກັບແນວພັນໝາກອຶເຂດຮ້ອນ, ຂັ້ນຕອນເຂົ້າຮ່ວມສະມາຄົມສາກົນ ເພື່ອການປົກປັກຮັກສາແນວພັນໃໝ່ (UPOV) ແລະຍົກສູງການຮ່ວມມື ໄດ້ດໍາເນີນໃນຕອນເຊົ້າວັນທີ 10 ກັນຍາ ຢູ່ແຂວງອຸດົມໄຊ.
ເຫດການດັ່ງກ່າວແມ່ນຂີດໝາຍສຳຄັນໃນການຮ່ວມມືດ້ານກະສິກຳ ຫວຽດນາມ - ລາວ, ເພື່ອແນໃສ່ເປີດກາລະໂອກາດໃໝ່ໃຫ້ແກ່ຂະແໜງແນວພັນພືດ ຢູ່ລາວ.
    |
 |
ກຸ່ມບໍລິສັດ Vinaseed ແລະບໍລິສັດ ພູທໍ ອຸດົມ ໄດ້ລົງນາມສັນຍາຮ່ວມມືທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ຫງວຽນຈຸງຢຸງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດແນວພັນພືດຫວຽດນາມ (Vinaseed) ໃຫ້ຮູ້ວ່າ Vinaseed ຍາມໃດກໍ່ຖືການຄົ້ນຄວ້າ ແລະພັດທະນາແນວພັນພືດທີ່ມີຄຸນນະພາບສູງເປັນພາລະກິດອັນຫຼັກແຫຼ່ງ, ພ້ອມທັງສຸມໃສ່ເຂົ້າໃນການຮ່ວມມືສາກົນເພື່ອນຳມາເຊິ່ງມາດຕະການແບບຍືນຍົງໃຫ້ແກ່ພື້ນຖານກະສິກຳພາກພື້ນ.
ທ່ານ ຫງວຽນຈຸງຢຸງ ເນັ້ນໜັກວ່າ Vinaseed ບໍ່ພຽງແຕ່ນຳເອົາບັນດາແນວພັນພືດທີ່ມີຄຸນນະພາບສູງເທົ່ານັ້ນ, ຫາກຍັງປາດຖະໜາຢາກຮ່ວມເດີນທາງກັບລາວ ໃນການກໍ່ສ້າງລະບົບແນວພັນພືດທີ່ກ້າວໜ້າ, ສອດຄ່ອງກັບມາດຕະຖານສາກົນ, ພ້ອມທັງເຊື່ອໝັ້ນວ່າ ການຮ່ວມມືນີ້ຈະປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງໃນຂະແໜງກະສິກໍາ ແລະຮັດແໜ້ນນໍ້າໃຈມິດຕະພາບຫວຽດນາມ-ລາວ.
    |
 |
ການນຳແຂວງ ອຸດົມໄຊ ຢ້ຽມຊົມຜະລິດຕະພັນໃນກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານ, ນັກວິທະຍາສາດ ໄດ້ລາຍງານ ແລະຕີລາຄາຜົນການທົດລອງແນວພັນໝາກອຶເຂດຮ້ອນ ໂດຍ ສູນຜັກໂລກ ສະໜອງ (WorldVeg), ໃນນັ້ນ ມີຫຼາຍແນວພັນທີ່ມີຄຸນລັກສະນະພົ້ນເດ່ັນ.
ບັນດາຜູ້ແທນຍັງໄດ້ແບ່ງປັນປະສົບການສາກົນໃນຂົງເຂດປົກປັກຮັກສາແນວພັນພືດ, ແລກປ່ຽນກ່ຽວກັບຂັ້ນຕອນເຂົ້າຮ່ວມສົນທິສັນຍາ UPOV ຂອງລາວ - ບາດກ້າວສຳຄັນເພື່ອຊຸກຍູ້ການເຊື່ອມໂຍງ ແລະພັດທະນາກະສິກຳແບບຍືນຍົງ.
ໃນເຫດການ, ກຸ່ມບໍລິສັດ Vinaseed ແລະບໍລິສັດ ພູທໍ ອຸດົມ - ວິສາຫະກິດແຖວໜ້າໃນການຈຳໜ່າຍແນວພັນພືດ ຢູ່ ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືຍຸດທະສາດ.
ນອກຈາກນັ້ນ, ກອງປະຊຸມສໍາມະນາຍັງໄດ້ປະກາດຜົນການທົດລອງ 14 ແນວພັນໝາກອຶປະສົມ F1 ໃໝ່ ໂດຍ ສູນ WorldVeg ສົມທົບກັບກຸ່ມບໍລິສັດ Vinaseed ຜັນຂະຫຍາຍຢູ່ຫວຽດນາມ ແລະລາວ ໃນປີ 2025.
ໂດຍ: ໄຊນີດາ