ແພດໝໍ ແລະພະຍາບານໂຮງໝໍແຂວງຊຽງຂວາງ ປະຕິບັດສຳເລັດຊຸດຝຶກອົບຮົມທີ່ໂຮງໝໍກອງທັບທີ 4, ທະຫານເຂດ 4
ກປ.ອອນໄລ - ຕອນເຊົ້າວັນທີ 29 ສິງຫາ, ໂຮງໝໍກອງທັບທີ 4 (ທະຫານເຂດ 4) ໄດ້ຈັດຕັ້ງພິທີມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມແມ່ນແພດໝໍ ແລະພະຍາບານ 2 ຄົນຂອງໂຮງໝໍມິດຕະພາບແຂວງຊຽງຂວາງ (ປະເທດ ລາວ) ພາຍຫຼັງການຝຶກອົບຮົມ ບໍາລຸງວິຊາສະເພາະເປັນເວລາ 2 ເດືອນ ທີ່ພະແນກ A1 ຂອງໂຮງໝໍກອງທັບທີ 4.
ເຂົ້າຮ່ວມການພົບປະສັງສັນ ແລະມອບໃບຢັ້ງຢືນມີທ່ານພັນເອກ, ປອ ຟານກວກແຄ໋ງ, ຮອງຫົວໜ້າໂຮງໝໍກອງທັບທີ 4; ຜູ້ຕາງໜ້າບາງພະແນກ ແລະຜູ້ຕາງໜ້າໂຮງໝໍມິດຕະພາບແຂວງຊຽງຂວາງ ພ້ອມດ້ວຍນັກຝຶກອົບຮົມ 2 ຄົນທີ່ເຂົ້າຮ່ວມການຮ່ຳຮຽນ ແລະບໍາລຸງຄວາມຮູ້ຢູ່ໂຮງໝໍກອງທັບທີ 4.
    |
 |
ທ່ານພັນເອກ, ປອ ຟານກວກແຄ໋ງ, ຮອງຫົວໜ້າໂຮງໝໍກອງທັບທີ 4 ມອບໃບຢັ້ງຢືນ ແລະຖ່າຍຮູບເປັນທີ່ລະນຶກກັບຄະນະປະຕິບັດງານ ຂອງໂຮງໝໍມິດຕະພາບແຂວງຊຽງຂວາງ. ພາບ: qdnd.vn |
ກ່າວຄຳເຫັນທີ່ການພົບປະສັງສັນ ແລະມອບໃບຢັ້ງຢືນ, ທ່ານພັນເອກ, ປອ ຟານກວກແຄ໋ງ, ຮອງຫົວໜ້າໂຮງໝໍກອງທັບທີ 4 ໄດ້ສົ່ງຄໍາອວຍພອນມາຍັງຄະນະປະຕິບັດງານຂອງໂຮງໝໍມິດຕະພາບແຂວງຊຽງຂວາງ ພາຍຫຼັງການຮ່ຳຮຽນ ແລະປະຕິບັດງານຢູ່ໂຮງໝໍເປັນເວລາ 2 ເດືອນ.
ໃນຊຸດຝຶກອົບຮົມຄັ້ງນີ້, ທັງສອງຫົວໜ່ວຍມີເງື່ອນໄຂສະດວກຫຼາຍຢ່າງ, ນັກຝຶກອົບຮົມແມ່ນຄົນໜຸ່ມ, ມີເວລາຮ່ຳຮຽນ ແລະ ເຮັດວຽກຍາວນານ ແລະ ລ້ວນແຕ່ນໍາໃຊ້ພາສາຫວຽດນາມເປັນຢ່າງດີ. ນອກຈາກບັນຫາດ້ານວິຊາສະເພາະແລ້ວ, ໃນໄລຍະ 2 ເດືອນທີ່ຮໍ່າຮຽນ ແລະ ເຮັດວຽກຢູ່ໂຮງໝໍກອງທັບທີ 4, ແພດໝໍ ແລະ ພະຍາບານຂອງໂຮງໝໍມິດຕະພາບແຂວງຊຽງຂວາງ ຍັງໄດ້ຮັບການໜູນຊ່ວຍຢ່າງສຸດຈິດສຸດໃຈ ແລະຮອບຄອບຖີ່ຖ້ວນໃນທຸກດ້ານ.
    |
 |
ຜູ້ຕາງໜ້າໂຮງໝໍມິດຕະພາບແຂວງຊຽງຂວາງ ກ່າວຄໍາເຫັນ. ພາບ: qdnd.vn |
ຕາງໜ້າໃຫ້ຄະນະປະຕິບັດງານຂອງໂຮງໝໍມິດຕະພາບແຂວງຊຽງຂວາງ, ແພດໝໍ ຄຳເກື້ອ ກາແໜງລໍ່, ຮອງອຳນວຍການ ໂຮງໝໍມິດຕະພາບແຂວງຊຽງຂວາງ ໄດ້ກ່າວຄໍາເຫັນສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ກັບຄະນະອຳນວຍການໂຮງໝໍກອງທັບທີ 4 ທີ່ໄດ້ສ້າງເງື່ອນໄຂດີທີ່ສຸດໃນໄລຍະທີ່ຄະນປະຕິບັດງານ ມາຮໍ່າຮຽນ ແລະເຮັດວຽກ. ສະຫາຍຍັງອວຍພອນໃຫ້ນໍ້າໃຈມິດຕະພາບລະຫວ່າງຫວຽດນາມ - ລາວ ຈະນັບມື້ນັບສະໜິດຕິດແໜ້ນຕື່ມອີກ.
    |
 |
ໂຮງໝໍມິດຕະພາບແຂວງຊຽງຂວາງ ມອບຂອງຂວັນໃຫ້ແກ່ໂຮງໝໍກອງທັບທີ 4. ພາບ: qdnd.vn |
ພາຍຫຼັງການຮໍ່າຮຽນ ແລະ ປະຕິບັດງານຢູ່ໂຮງໝໍກອງທັບທີ 4 ເປັນເວລາ 2 ເດືອນ, ດ້ວຍການໜູນຊ່ວຍຢ່າງສຸດຈິດສຸດໃຈຂອງພະນັກງານ, ພາລະພອນຂອງພະແນກພະນັກງານອາວຸໂສ ແລະສາກົນຂຶ້ນກັບໂຮງໝໍກອງທັບທີ 4, ບັນດານັກຝຶກອົບຮົມຂອງໂຮງໝໍມິດຕະພາບແຂວງຊຽງຂວາງ ໄດ້ປະຕິບັດສໍາເລັດຊຸດຝຶກອົບຮົມ. ດ້ວຍຄວາມຮູ້ທີ່ຮັບເອົາໃນຂະນະຮໍ່າຮຽນ ແລະບໍາລຸງສ້າງຈະເປັນບົດຮຽນຊ່ວຍໃຫ້ແພດໝໍ ແລະພະຍາບານຂອງໂຮງໝໍມິດຕະພາບແຂວງຊຽງຂວາງ ເບິ່ງແຍງດູແລສຸຂະພາບຂອງະຊາຊົນລາວ ໃຫ້ດີກວ່າອີກ.
ໂດຍ: ທູຈາງ