leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: baophapluat.vn

ທີ່ການຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳລາວ, ທ່ານ ຫງວຽນຫາຍນິງ ເນັ້ນໜັກວ່າ: ການພົວພັນຮ່ວມມືດ້ານກົດໝາຍ ແລະຍຸຕິທຳລະຫວ່າງ ສອງກະຊວງຍຸຕິທຳ ຫວຽດນາມ - ລາວ ໃນໄລຍະ 40 ກວ່າປີຜ່ານມາ ໄດ້ຮັບການເປີດກວ້າງບໍ່ຢຸດຢັ້ງ , ເຂົ້າສູ່ລວງເລິກ.

ທ່ານ ຫງວຽນຫາຍນິງ ໃຫ້ຮູ້ວ່າ, ກ່ຽວກັບທິດທາງຮ່ວມມືໄລຍະ 2026-2030, ກະຊວງຍຸຕິທຳຫວຽດນາມ ໄດ້ສ້າງຮ່າງຂໍ້ຕົກລົງຮ່ວມມື ໂດຍສຸມໃສ່ບັນດາຂົງເຂດຄື: ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະປະຕິບັດກົດໝາຍ; ກົດໝາຍທາງແພ່ງ, ການປະຕິບັດຄຳພິພາກສາຂອງສານ, ເຜີຍແຜ່ສຶກສາອົບຮົມກົດໝາຍ, ໜູນຊ່ວຍດ້ານນິຕິກໍາ; ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວຽກງານນິຕິກໍາ; ການຝຶກອົບຮົມ ແລະບຳລຸງສ້າງພະນັກງານ, ຍົກສູງກໍາລັງຄວາມສາມາດຂອງຖັນແຖວພະນັກງານ; ປະຕິບັດສັນຍາໜູນຊ່ວຍດ້ານນິຕິກໍາທາງແພ່ງ ປີ 2023 ຢ່າງມີປະສິດທິຜົນ; ຜັນຂະຫຍາຍໂຄງການໜູນຊ່ວຍດ້ານເຕັກນິກຂອງລັດຖະບານຫວຽດນາມ ເພື່ອແນໃສ່ຍົກສູງຄວາມສາມາດດ້ານກົດໝາຍໃຫ້ແກ່ພະນັກງານກະຊວງຍຸຕິທຳລາວ; ພ້ອມທັງເພີ່ມທະວີການປະສານງານ ຢູ່ບັນດາເວທີປາໄສສາກົນກ່ຽວກັບກົດໝາຍ ແລະນິຕິກໍາ. ສອງຝ່າຍເຫັນດີຈະປັບປຸງເນື້ອໃນໃຫ້ສົມບູນແບບໂດຍໄວ ເພື່ອລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະ 2026-2030 ໃນເວລາທີ່ເໝາະສົມໃນປີ 2026.

leftcenterrightdel
ທ່ານ ຫງວຽນຫາຍນິງ ລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ຕ້ອນຮັບຄະນະປະຕິບັດງານກະຊວງຍຸຕິທໍາລາວ. ພາບ: baophapluat.vn

ກ່ຽວກັບໂຄງການ ODA ໜູນຊ່ວຍກະຊວງຍຸຕິທຳລາວ, ບົນພື້ນຖານບັນດາຂໍ້ຕົກລົງ ແລະການໄປປະຕິບັດງານສອງຝ່າຍ, ກະຊວງຍຸຕິທຳຫວຽດນາມ ໄດ້ສ້າງແຜນຮ່າງໂຄງການ “ຍົກສູງກໍາລັງຄວາມສາມາດດ້ານກົດໝາຍ ໃຫ້ແກ່ພະນັກງານກະຊວງຍຸຕິທຳລາວ”, ດ້ວຍເປົ້າໝາຍເພີ່ມທະວີກໍາລັງຄວາມສາມາດດ້ານວິຊາສະເພາະ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ ໃນການສ້າງ ແລະປັບປຸງກົດໝາຍໃຫ້ສົມບູນແບບ.

ໃນການຮ່ວມມືຫຼາຍຝ່າຍ, ທ່ານ ຫງວຽນຫາຍນິງ ສະເໜີສອງຝ່າຍ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນ ເຊິ່ງກັນ ແລະກັນໃນບັນດາເວທີປາໄສສາກົນ ແລະ ອົງການຈັດຕັ້ງສາກົນກ່ຽວກັບກົດໝາຍ ແລະນິຕິກໍາ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການໃນການເຂົ້າຮ່ວມ ແລະ ປະຕິບັດບັນດາສົນທິສັນຍາໃນຂອບເຂດກອງປະຊຸມ ລາໄຮ ກ່ຽວກັບນິຕິກໍາສາກົນ.

leftcenterrightdel
ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາລາວ ມອບຂອງຂວັນທີ່ລະນຶກໃຫ້ກະຊວງຍຸຕິທໍາຫວຽດນາມ. ພາບ: baophapluat.vn

ສ່ວນທ່ານ ໄພວີ ສີບົວລິພາ ເນັ້ນໜັກວ່າ ທັງສອງຝ່າຍຄວນສຸມໃສ່ເຖິງວຽກງານກົດໝາຍຢູ່ເຂດຊາຍແດນ, ສົມທົບກັນໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ, ຊຸກຍູ້ການຫັນເປັນດີຈີຕອນ ເຊິ່ງແມ່ນຂົງເຂດ ທີ່ລາວ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງດ້ານຊັບພະຍາກອນມະນຸດ ແລະພື້ນຖານໂຄງລ່າງ. ພ້ອມທັງ ຢືນຢັນວ່າໃນ ເວທີປາໄສໃດ, ສອງກະຊວງຍຸຕິທຳ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍເຊິ່ງກັນ ແລະກັນ, ທ່ານ ໄພວີ ສີບົວລິພາ ຕີລາຄາສູງຂໍ້ສະເໜີຂອງກະຊວງຍຸຕິທຳຫວຽດນາມ ກ່ຽວກັບການສ້າງໂຄງການຍົກສູງກໍາລັງຄວາມສາມາດໃຫ້ພະນັກງານ, ລັດຖະກອນຂອງກະຊວງຍຸຕິທຳລາວ; ພ້ອມທັງເຫັນດີຕໍ່ກັບຂໍ້ສະເໜີຮ່ວມມືຂອງທ່ານລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ.

ໂດຍ: ທູຈາງ