ວິສາຫະກິດ ຫວຽດນາມ - ລາວ ລົງນາມໃນສັນຍາຊື້-ຂາຍຖ່ານຫີນ ໄລຍະຍາວ
ກປ.ອອນໄລ - ວິສາຫະກິດ ຫວຽດນາມ - ລາວ ໄດ້ລົງນາມໃນສັນຍາຊື້-ຂາຍຖ່ານຫີນ ໄລຍະຍາວ. ນີ້ແມ່ນບາດກ້າວສຳຄັນໃນການຜັນຂະຫຍາຍປະຕິບັດສັນຍາລະຫວ່າງລັດຖະບານສອງປະເທດ ກ່ຽວກັບການຊື້-ຂາຍຖ່ານຫີນ ແລະໄຟຟ້າ.
ວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີລົງນາມໃນສັນຍາຊື້-ຂາຍຖ່ານຫີນ ໄລຍະຍາວ ແລະເອກະສານຮ່ວມມືລະຫວ່າງບໍລິສັດພະລັງງານ ເຊກອງ ຈໍາກັດ ແລະບັນດາວິສາຫະກິດຫວຽດນາມ, ລວມມີ: ກຸ່ມບໍລິສັດອຸດສາຫະກໍາຖ່ານຫີນ ແລະແຮ່ທາດຫວຽດນາມ, ບໍລິສັດໃຫຍ່ໄຟຟ້ານ້ຳມັນອາຍແກັສຫວຽດນາມ, ບໍລິສັດເຊື້ອເພີງໄຟຟ້ານ້ຳມັນອາຍແກັສຫວຽດນາມ.
    |
 |
ການນຳບັນດາກົມໃນກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະ ຝ່າຍລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື ແລະສັນຍາຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ - ລາວ. ພາບ: congthuong.vn |
ໃນໄລຍະຜ່ານມາ, ບໍລິສັດພະລັງງານ ເຊກອງ ຈໍາກັດ ແລະກຸ່ມບໍລິສັດອຸດສາຫະກໍາຖ່ານຫີນ ແລະແຮ່ທາດຫວຽດນາມ, ບໍລິສັດໃຫຍ່ໄຟຟ້ານ້ຳມັນອາຍແກັສຫວຽດນາມ ໄດ້ລົງນາມ ແລະຈັດຕັ້ງປະຕິບັດສັນຍາຊື້-ຂາຍຖ່ານຫີນຫຼາຍສະບັບ. ການລົງນາມໃນສັນຍາຊື້-ຂາຍຖ່ານຫີນຄັ້ງນີ້ ທັງເປັນການສືບຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ, ທັງເປັນບາດກ້າວອັນສຳຄັນໃນການຜັນຂະຫຍາຍປະຕິບັດສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ ວ່າດ້ວຍການຊື້-ຂາຍຖ່ານຫີນ ແລະໄຟຟ້າ ທີ່ໄດ້ລົງນາມໃນວັນທີ 9 ມັງກອນ 2024.
ການລົງນາມໃນສັນຍາຊື້-ຂາຍຖ່ານຫີນ ແລະເອກະສານຮ່ວມມືກ່ຽວກັບການຄົ້ນຄວ້າພັດທະນາພະລັງງານໄຟຟ້າ ແລະການບໍາລຸງກໍ່ສ້າງຊັບພະຍາກອນມະນຸດ ມີຄວາມໝາຍສໍາຄັນໃນການຊຸກຍູ້ການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະການພັດທະນາແບບຍືນຍົງ.
ການນໍາກົມພັດທະນາຕະຫຼາດຕ່າງປະເທດ ໃຫ້ຮູ້ວ່າ: ສັນຍາ ແລະເອກະສານຮ່ວມມືທີ່ໄດ້ລົງນາມໃນມື້ນີ້ແມ່ນໝາກຜົນຂອງຂະບວນການເຈລະຈາຢ່າງລະອຽດ, ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ ແລະຄວາມໝັ້ນສັນຍາຮ່ວມມືໄລຍະຍາວລະຫວ່າງບັນດາວິສາຫະກິດຂອງສອງຝ່າຍ. ນີ້ບໍ່ພຽງແຕ່ແມ່ນບາດກ້າວຫັນສັນຍາຂອງລັດຖະບານໃຫ້ປະກົດຜົນເປັນຈິງ ເທົ່ານັ້ນ, ຫາກຍັງປະກອບສ່ວນປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະລາວ ອີກດ້ວຍ.
ບັນດາສັນຍາຮ່ວມມືໃນໂອກາດນີ້ ຍັງສະແດງໃຫ້ເຫັນແງ່ຫວັງຮ່ວມມືດ້ານພະລັງງານຂອງສອງປະເທດ, ເປີດກາລະໂອກາດພັດທະນາແບບຍືນຍົງໃຫ້ແກ່ທັງສອງປະເທດ ຫວຽດນາມ - ລາວ.
ໂດຍ: ໄຊຊະນະ