ຍູ້ແຮງການພົວພັນ ຫວຽດນາມ - ອູຣູໄກວ
ກປ.ອອນໄລ - ວັນທີ 1 ກັນຍາ, ຢູ່ສໍານັກງານສູນກາງພັກ, ສະຫາຍ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດອູຣູໄກວ (PCU) ແລະຜູ້ຕາງໜ້າແນວໂຮມກວ້າງຂວາງ (FA) ອູຣູໄກວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດ ທີ 2 ກັນຍາ.
ສະຫາຍ ຫງວຽນຈ້ອງເຫງ້ຍ ຕີລາຄາສູງເລື່ອງ PCU ແລະ FA ອູຣູໄກວ ຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມພິທີສະເຫຼີມສະຫຼອງສໍາຄັນຍິ່ງ, ມີຄວາມໝາຍຂອງຫວຽດນາມ; ຂອບໃຈບັນດາພັກການເມືອງທີ່ກ້າວໜ້າ ແລະປະຊາຊົນອູຣູໄກວ ໄດ້ຍາມໃດກໍ່ສາມັກຄີ ແລະ ສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດ ກໍຄືກິດຈະການການປ່ຽນແປງໃໝ່ຂອງຫວຽດນາມ ໃນປະຈຸບັນ.
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ພ້ອມດ້ວຍບັນດາສະຫາຍໃນຄະນະພັກກອມມູນິດອູຣູໄກວ. ພາບ: ສໍານັກຂ່າວສານຫວຽດນາມ |
ຜູ້ຕາງໜ້າ PCU ແລະ FA ອູຣູໄກວ ຕີລາຄາສູງບາດກ້າວໜ້າໃນການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະສອງພັກຢູ່ ອູຣູໄກວ ໃນໄລຍະຜ່ານມາ, ປາດຖະໜາຢາກຊຸກຍູ້ການພົວພັນ, ແບ່ງປັນບົດຮຽນປະສົບການ ແລະທິດສະດີກ່ຽວກັບເສັ້ນທາງກໍ່ສ້າງສັງຄົມນິຍົມ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງສອງພາກພື້ນ ແລະສອງປະເທດ, ພ້ອມກັນນັ້ນປະກອບສ່ວນເຂົ້າໃນການພັດທະນາການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ກັບ ອູຣູໄກວ ເວົ້າລວມ ແລະບັນດາປະເທດໃນກຸ່ມ Mercosur ເວົ້າສະເພາະ.
ກ່ຽວກັບການພົວພັນລະຫວ່າງສອງປະເທດ, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສະແດງຄວາມເຫັນດີໃນການຊຸກຍູ້ການພົວພັນຢ່າງຮອບດ້ານ, ສະເໜີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະການທ່ອງທ່ຽວ, ຍູ້ແຮງການໂຄສະນາກ່ຽວກັບປະເທດ ແລະປະຊາຊົນ, ເພີ່ມທະວີການແລກປ່ຽນບົດຮຽນ, ທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບວຽກງານກໍ່ສ້າງພັກ, ກ່ຽວກັບເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ຫວຽດນາມ ແລະຂະບວນການຝ່າຍຊ້າຍອາເມລິກາລາຕິນ, ພ້ອມທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາຂອງສອງພາກພື້ນ ແລະ ສາກົນ.
ໂດຍ: ທູຈາງ