leftcenterrightdel
ຜູ້ແທນຖ່າຍຮູບຮ່ວມກັບພະນັກງານກະຊວງປ້ອງກັນປະເທດລາວ ທີ່ມາຝຶກອົບຮົມຢູ່ວິທະຍາໄລວິຊາຊີບ ເລກ 21. ພາບ: ຫງວຽນແອັງເຊີນ

ໃນໄລຍະ 2 ເດືອນ, ພະນັກງານຝຶກອົບຮົມຈະໄດ້ຮຽນທິດສະດີຢູ່ວິທະຍາໄລວິຊາຊີບ ເລກ 21 ແລະໄປຢ້ຽມຢາມ, ຮໍ່າຮຽນຕົວຈິງຢູ່ບັນດາກົມກອງຂອງແມ່ທັບນ້ອຍ 15; ໄປຢ້ຽມຢາມປູຊະນີຍະສະຖານປະຫວັດສາດ, ທັດສະນີຍະພາບຂອງຫວຽດນາມ... ແຕ່ປີ 2022-2024, ໂດຍໄດ້ຮັບຄວາມເຫັນດີຈາກກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ-ລາວ, ແມ່ທັບນ້ອຍ 15 ໄດ້ຈັດຕັ້ງການຝຶກອົບຮົມວຽກງານກະສິກໍາໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ 100 ຄົນ. ພາຍຫຼັງກັບຄືນປະເທດພະນັກງານໄດ້ຝຶກອົບຮົມຢູ່ແມ່ທັບນ້ອຍ 15 ໄດ້ເສີມຂະຫຍາຍບົດບາດໃນການເປັນເສນາທິການ, ການຈັດຕັ້ງພັດທະນາເສດຖະກິດ-ສັງຄົມຢູ່ບັນດາກົມກອງ, ທ້ອງຖິ່ນຂອງລາວ ເປັນຢ່າງດີ.

ໂດຍ: ເຈິ່ນຮວ່ຽນ