ປັດຈຸບັນ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ພວມເກັບຮັກສາວັດຖຸພັນ 150.000 ກວ່າຢ່າງ, ໃນນັ້ນມີ 4 ວັດຖຸພັນແຫ່ງຊາດ ແລະວັດຖຸພັນອັນມີຄ່າຫຼາຍໆຢ່າງ. ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຫຼັງໃໝ່ ໄດ້ອອກແບບທັນສະໄໝ ດ້ວຍສະຖາປັດຕະຍະກໍາທີ່ບໍ່ພຽງແຕ່ແມ່ນໂຄງການສະແດງວັດຖຸພັນກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ເທົ່ານັ້ນ ຫາກຍັງສ້າງສະຖານທີ່ລວມ ເພື່ອໃຫ້ແຂກທ່ອງທ່ຽວສາມາດຄົ້ນຫາກ່ຽວກັບການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງກອງທັບປະຊາຊົນຫວຽດນາມ ວິລະຊົນອີກດ້ວຍ.

leftcenterrightdel
ຄະນະຮັບຟັງການນໍາສະເໜີກ່ຽວກັບເຂດວາງສະແດງເອກະສານປະຫວັດຄວາມເປັນມາຂອງພັກກອມມູນິດຫວຽດນາມ. ພາບ: ຫງວຽນກຸກ.

ນະທີ່ນີ້, ສະຫາຍ ຮ້ອຍເອກພິເສດ ດວ້ານທິມີລິງ, ພະນັກງານນໍາທ່ຽວ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ໃຫ້ຮູ້ວ່າ: ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຮັບການສ້າງຕັ້ງ ແລະພັດທະນາເປັນສະຖານທີ່ທີ່ໜ້າສົນໃຈ ແລະມີຄວາມສຳຄັນທາງປະຫວັດສາດຫຼາຍແຫ່ງ ເຊິ່ງຫໍພິພິທະພັນແຫ່ງນີ້ຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ແລະເປັນໜຶ່ງໃນ 7 ຫໍພິພິທະພັນແຫ່ງຊາດຂອງຫວຽດນາມ ທີ່ໄດ້ເກັບກໍາ ແລະວາງສະແດງເລື່ອງລາວອັນກ້າຫານຜ່ານວັດຖຸບູຮານ ແລະການຈັດສະແດງຕ່າງໆ ຜ່ານວັດຖຸພັນ, ຮູບພາບ, ວີດີໂອ ແລະເອກະສານຕ່າງໆທີ່ ກ່ຽວຂ້ອງກັບປະຫວັດສາດການທະຫານຂອງຫວຽດນາມ ນັບຕັ້ງແຕ່ສະໄໝບູຮານຈົນເຖິງຍຸກປະຈຸບັນ ເຊິ່ງມັນສະແດງໃຫ້ເຫັນເຖິງການຕໍ່ສູ້ຢ່າງພິລະອາດຫານ ເພື່ອເອກະລາດໃນພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

leftcenterrightdel
ຄະນະ ຢ້ຽມຊົມລົດຕັງ T-54B ໝາຍເລກ 843, ເຊິ່ງລົດຕັງຄັນນີ້ໄດ້ຮັບຮອງເປັນວັດຖຸພັນແຫ່ງຊາດ ໃນປີ 2012. ພາບ: ຫງວຽນກຸກ.
leftcenterrightdel
ຄະນະໜັງສືພິມກອງທັບປະຊາຊົນລາວ ຢ້ຽມຊົມເຂດວາງສະແດງວັດຖຸພັນ, ເອກະສານກ່ຽວກັບບັ້ນຮົບພາກເໜືອລາວ (ປີ 1953). ພາບ: ຫງວຽນກຸກ.

ໂອກາດນີ້,  ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຕາງໜ້າໃຫ້ຄະນະຝຶກອົບຮົມ  ໄດ້ສະແດງຄວາມຂອບໃຈຕໍ່ຄະນະຮັບຜິດຊອບ, ພະນັກງານຫໍພິພິທະພັນ  ທີ່ໄດ້ໃຫ້ການຕ້ອນຮັບ ແລະອຳນວຍຄວາມສະດວກທຸກຢ່າງ ໃຫ້ຄະນະຝຶກອົບຮົມວິຊາສະເພາະສື່ມວນຊົນໜັງສືພິມກອງທັບປະຊາຊົນ ລາວ ໄດ້ມີປະສົບການ, ຮຽນຮູ້ກ່ຽວກັບປະຫວັດສາດອັນດີງາມຂອງກອງທັບ ແລະປະຊາຊົນຫວຽດນາມ ໃນຕະຫຼອດໄລຍະການຕໍ່ສູ້, ກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ຜ່ານບັນດາຮູບພາບ, ວັດຖຸບູຮານ, ຮູບເງົາສາລະຄະດີ ແລະບັນດາຮ່ອງຮອຍປະຫວັດສາດຂອງຂະບວນການຕໍ່ສູ້ຕ່າງໆ ພິເສດແມ່ນເຂດວາງສະແດງກ່ຽວກັບສາຍພົວພັນສາມັກຄີແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຄະນະໜັງສືພິມກອງທັບປະຊາຊົນລາວ. ບັນດາຮູບພາບແຫ່ງການສົມທົບກັນໃນການຊ້ອມຮົບລະຫວ່າງສອງກອງທັບ ແມ່ນບັນດາພະຍານຫຼັກຖານສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດສະໜົມລະຫວ່າງປະຊາຊົນສອງປະເທດ ເພື່ອໂຄສະນາເຜີຍແຜ່ ແລະສຶກສາມູນເຊື້ອຮັກຊາດ ໃຫ້ພະນັກງານ-ນັກຮົບ ຮຸ່ນສືບທອດ ໄດ້ຮຽນຮູ້.

leftcenterrightdel
 
leftcenterrightdel
ພະນັກງານນໍາທ່ຽວນໍາສະເໜີກ່ຽວກັບວັດຖຸພັນທີ່ພວມວາງສະແດງຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: ຫງວຽນກຸກ.

ພັນໂທ ສິດທິພອນ ຫຼ້າບຸນມີ ຫົວໜ້າພະແນກຂ່າວເສດຖະກິດ-ວັດທະນະທໍາ ແລະສັງຄົມ, ໜັງສືພິມກອງທັບປະຊາຊົນລາວ ແບ່ງປັນວ່າ ການໄປທັດສະນະສຶກສາຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ຄະນະໜັງສືພິມກອງທັບປະຊາຊົນລາວ ເຂົ້າໃຈແຈ້ງກວ່າກ່ຽວກັບປະຫວັດສາດການທະຫານຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໂອກາດອັນດີ ເພື່ອຮັດແໜ້ນກວ່າອີກນໍ້າໃຈມິດຕະພາບ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ ອີກດ້ວຍ.

ໂດຍ: ກວຽດເຕິມ