leftcenterrightdel
ທ່ານພົນຈັດຕະວາ ເບ໊ຫ໋າຍຈ່ຽວ, ຫົວໜ້າກົມຂົນຂວາຍປະຊາຊົນ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ມອບໃບຍ້ອງຍໍໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ສໍາເລັດຊຸດຝຶກອົບຮົມ. ພາບ: ຮວາເລ

ໃນໄລຍະເວລາ 1 ເດືອນ, ບັນດາອາຈານ ແມ່ນພະນັກງານທີ່ມີປະສົບການຂອງກົມຂົນຂວາຍປະຊາຊົນ, ກົມໃຫຍ່ການເມືອງ; ຫ້ອງການເມືອງທະຫານຊາຍແດນກອງທັບປະຊາຊົນຫວຽດນາມ ໄດ້ພ້ອມກັບພະນັກງານກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມ ຄົ້ນຄວ້າ, ແລກປ່ຽນ 8 ຫົວເລື່ອງສະເພາະກ່ຽວກັບວຽກງານຂົນຂວາຍປະຊາຊົນ, ວຽກງານກໍ່ສ້າງຮາກຖານ. ແຜນການຝຶກອົບຮົມ ໄດ້ນໍາໃຊ້ຮູບການ, ວິທີການຢ່າງມີໄຫວພິບ, ສົມທົບລະຫວ່າງການແລກປ່ຽນໃນໂຮງຮຽນກັບການຄົ້ນຄວ້າເອງ; ລະຫວ່າງການຄົ້ນຄວ້າທິດສະດີກັບການແລກປ່ຽນປະສົບການ, ການຮໍ່າຮຽນຕົວຈິງຢູ່ບາງກົມກອງຮາກຖານ. ເນື້ອໃນໃນຊຸດຝຶກອົບຮົມໄດ້ສຸມໃສ່ເຮັດແຈ້ງທີ່ຕັ້ງ, ພາລະບົດບາດ, ຄວາມໝາຍ, ເນື້ອໃນ, ຮູບການ, ວິທີການດຳເນີນວຽກງານຂົນຂວາຍປະຊາຊົນຂອງກອງທັບ ໃນການເຂົ້າຮ່ວມກໍ່ສ້າງລະບົບການເມືອງຮາກຖານ, ການເຄື່ອນໄຫວວຽກງານຂົນຂວາຍປະຊາຊົນຢູ່ເຂດປະຊາຊົນບັນດາເຜົ່າ, ສາສະໜາ ແລະວຽກງານຂົນຂວາຍມະຫາຊົນໃນການເຂົ້າຮ່ວມປົກປັກຮັກສາອະທິປະໄຕ, ຄວາມສະຫງົບຊາຍແດນ.

ກ່າວຄຳເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ເບ໊ຫ໋າຍຈ່ຽວ, ຫົວໜ້າກົມຂົນຂວາຍປະຊາຊົນ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຢືນຢັນວ່າ: “ຜົນສໍາເລັດຂອງຊຸດຝຶກອົບຮົມບໍ່ພຽງແຕ່ແມ່ນການຄົ້ນຄວ້າ, ແລກປ່ຽນວິຊາສະເພາະດ້ວຍຈິດໃຈເປີດອົກເປີດໃຈ, ຈິງໃຈ, ຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອໜ້າທີ່ລວມເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນບໍລິສຸດຜຸດຜ່ອງລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ອີກດ້ວຍ”.

ໂດຍ: ເຈິ່ນຮວ່ຽນ