ຫວຽດນາມ ເປັນຄູ່ຮ່ວມມື “ຂາດບໍ່ໄດ້” ຂອງ ສ.ເກົາຫຼີ
ກປ.ອອນໄລ - ຕາມສໍານັກຂ່າວສານ Yonhap ແລ້ວ, ໃນການໃຫ້ສໍາພາດກ່ອນທີ່ຈະດໍາເນີນການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແຕ່ວັນທີ 10-13 ສິງຫາ, ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ເນັ້ນໜັກວ່າ: ຫວຽດນາມ ເປັນຄູ່ຮ່ວມມື “ທີ່ຂາດບໍ່ໄດ້” ຂອງ ສ.ເກົາຫຼີ ທັງຢູ່ໃນການຮ່ວມມືດ້ານເສດຖະກິດ ແລະຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ ແລະສະຖຽນລະພາບ.