leftcenterrightdel
ທ່ານ ສີຈີນຜິງ ປະທານປະເທດຈີນ ແລະ ທ່ານ Vladimir Putin ປະທານາທິບໍດີລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ 

ໃນການໂອ້ລົມທາງໂທລະສັບ, ທ່ານ ສີຈີນຜິງ ປະທານປະເທດຈີນ ໄດ້ຢັ້ງຢືນຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການເຈລະຈາສັນຕິພາບ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ. ພ້ອມດຽວກັນນັ້ນ, ການນຳຈີນ ກໍຊົມເຊີຍເລື່ອງ ລັດເຊຍ ແລະ ອາເມລິກາ ຮັກສາການຕິດຕາມ, ປັບປຸງການພົວພັນ ແລະຊຸກຍູ້ມາດຕະການທາງການເມືອງໃຫ້ແກ່ວິກິດການ ຢູແກຼນ.

ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສອງຝ່າຍ ແລະສາກົນ, ລວມທັງການກະກຽມໃຫ້ແກ່ການຢ້ຽມຢາມຂອງທ່ານປະທານາທິບໍດີ Vladimir Putin ເຖິງ ຈີນ ໃນໄລຍະຈະມາເຖິງ.

ຕາມແຜນການແລ້ວ, ທ່ານປະທານປະເທດຈີນ ສີ້ຈີນຜິງ ແລະທ່ານປະທານາທິບໍດີ ລັດເຊຍ Vladimir Putin ຄາດວ່າຈະພົບປະກັນໃນຂອບເຂດກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ (SCO) ແລະພ້ອມກັນເຂົ້າຮ່ວມບາງເຫດການໃນລະຫວ່າງວັນທີ 31 ສິງຫາ ຫາວັນທີ 3 ກັນຍາ, ໃນນັ້ນມີການເຈລະຈາສອງຝ່າຍຮອບດ້ານ ໃນວັນທີ 2 ກັນຍາ.

ແຫຼ່ງຄັດຈາກ: vovworld.vn