ນີ້ແມ່ນຄັ້ງທຳອິດທີ່ຈັດຕັ້ງລາຍການ ແລະເປັນການຖະຫວາຍທູບທຽນ, ເປັນການສະແດງຄວາມຂອບອົກຂອບໃຈຢ່າງສຸດຊຶ້ງທີ່ພະເຖລານຸເຖລະ, ພຸດທະສາສະນິກະຊົນ ແລະປະຊາຊົນສອງປະເທດໄດ້ຖະຫວາຍທູບທຽນອາໄລຫາດວງວິນຍານຂອງບັນດານັກຮົບວິລະຊົນ ຫວຽດນາມ - ລາວ ທີ່ເສຍສະຫຼະຊີວິດເພື່ອຊາດໃນພາລະກິດຕໍ່ສູ້ຍາດເອົາເອກະລາດໃຫ້ສອງປະເທດ. ນີ້ເປັນມູນເຊື້ອອັນດີງາມຂອງພຸດທະສາສະໜາ, ມີຄວາມໝາຍອັນເລິກເຊິ່ງທາງດ້ານມະນຸດສະທຳກ່ຽວກັບການສ່ອງແສງສະຕິປັນຍາ, ພາວະນາເພື່ອສັນຕິພາບຂອງຊາດ, ສັນຕິພາບຂອງໂລກ ແລະຄວາມຜາສຸກຂອງທຸກຄົນ.

leftcenterrightdel
ພິທີສະແດງຄວາມຮູ້ບຸນຄຸນເຖິງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: vov.vn

ເນື່ອງໃນໂອກາດນີ້, ຄະນະບໍລິຫານງານສັງຄະສະມາຄົມພຸດທະສາສະໜາແຂວງ ເງະອານ ແລະບັນດາຜູ້ໃຈບຸນໃຈກຸສົນໄດ້ມອບຂອງຂວັນ 194 ພູດ ໃຫ້ບັນດາຄອບຄົວທີ່ມີການປະກອບສ່ວນໃນການປະຕິວັດ ລາວ - ຫວຽດນາມ ແລະນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ແຂວງຊຽງຂວາງ.

ໂດຍ: ຈາງຫງວຽນ