ໃນການໂອ້ລົມທາງໂທລະສັບ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຕີລາຄາວ່າ ການພົວພັນລະຫວ່າງຫວຽດນາມ-ລາວ ໄດ້ ແລະພວມໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ. ການນຳຂັ້ນສູງສອງພັກ, ສອງລັດ ໄດ້ເຫັນດີເປັນເອກະພາບຕໍ່ບັນຫາຍຸດທະສາດ, ກໍານົດທິດພັດທະນາການພົວພັນສອງປະເທດ, ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຄົງຄ້າງ; ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕັ້ງໜ້າຜັນຂະຫຍາຍ ແລະຕັດສິນໃຈນໍາການພົວພັນສອງປະເທດໃຫ້ມີຄຸນນະພາບ. ປະຈຸບັນ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງຝ່າຍພວມມານະພະຍາຍາມປະຕິບັດບັນດາຂໍ້ຕົກລົງ ກໍ່ຄືຕັ້ງໜ້າກະກຽມໃຫ້ການເຄື່ອນໄຫວພົວພັນຕ່າງປະເທດສຳຄັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ລວມໃນການນຳການພົວພັນສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ.​ ພາບ: ກະຊວງການຕ່າງປະເທດ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ ແລະທ່ານບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕີລາຄາສູງເລື່ອງດຳເນີນການພົບປະຂັ້ນສູງລະຫວ່າງສອງປະເທດຢ່າງເປັນປະຈໍາ, ສະແດງໃຫ້ເຫັນຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ; ສະແດງຄວາມປິຕິຊົມຊື່ນໄດ້ເຫັນການພົວພັນ ລາວ-ຫວຽດນາມ ສືບຕໍ່ພັດທະນາຢ່າງແຂງແຮງ, ມີປະສິດທິຜົນໃນທຸກຂົງເຂດ.

ສອງຝ່າຍເຫັນດີເປັນເອກະພາບວ່າ ບົນພື້ນຖານການພົວພັນທີ່ມີຢູ່ແລ້ວ, ດ້ວຍຄວາມມານະພະຍາຍາມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈະນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນສູງກວ່າອີກ. ສອງຝ່າຍກໍ່ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນ; ເຫັນດີເປັນເອກະພາບຕັ້ງໜ້າແລກປ່ຽນການຕີລາຄາສະພາບການ ແລະສົມທົບກັນຢ່າງແໜ້ນແຟ້ນໃນບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ພາກພື້ນ, ພິເສດແມ່ນໃນຂອບເຂດອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ.

ໂດຍ: ໄຊນີດາ