ໂຮງຮຽນນາຍທະຫານບົກ ເລກ 1 ຈັດພິທີມອບໃບປະກາສະນີຍະບັດ ໃຫ້ນັກຮຽນທະຫານລາວ ຊຸດທີ 40
ກປ.ອອນໄລ - ວັນທີ 28 ກໍລະກົດ, ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີມອບໃບປະກາສະນີຍະບັດ ໃຫ້ນັກຮຽນທະຫານກອງທັບປະຊາຊົນລາວ ຊຸດທີ 40. ທ່ານພັນເອກພິເສດ ຫງວຽນຄັກເທິມ, ຮອງຜູ້ອໍານວຍການໂຮງຮຽນນາຍທະຫານບົກເລກ 1 ເປັນປະທານ.
ໃນເວລາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ນັກຮຽນທະຫານລາວ ໄດ້ປະຕິບັດຕາມລະບຽບການສອບເສັງ, ກວດກາຢ່າງເຂັ້ມງວດ. ຜົນການຮຽນໃນຕະຫຼອດຊຸດຮຽນ ແມ່ນບັນລຸໄດ້ 100% ດີ, ເກັ່ງ, ໃນນັ້ນ 6 ສະຫາຍ ໄດ້ຮັບນາມມະຍົດນັກຮົບແຂ່ງຂັນ, 25 ສະຫາຍ ໄດ້ຮັບໃບຍ້ອງຍໍ, ນາມມະຍົດນັກຮົບດີເດັ່ນ...
    |
 |
ທ່ານພັນເອກພິເສດ ຫງວຽນຄັກເທິມ ຮອງຜູ້ອໍານວຍການໂຮງຮຽນນາຍທະຫານບົກເລກ 1 ກ່າວຄໍາເຫັນທີ່ພິທີມອບໃບປະກາສະນີຍະບັດ. ພາບ: ຈ້ອງດຶກ. |
ກ່າວຄຳເຫັນທີ່ພິທີມອບໃບປະກາສະນີຍະບັດ, ທ່ານພັນເອກພິເສດ ຫງວຽນຄັກເທິມ, ຮອງຜູ້ອໍານວຍການໂຮງຮຽນນາຍທະຫານບົກເລກ 1 ໄດ້ຍ້ອງຍໍຊົມເຊີຍພະນັກງານ, ນັກຮຽນທະຫານ ພະແນກ 3 ທີ່ຍາມໃດກໍ່ຍົກສູງນ້ຳໃຈສາມັກຄີ, ຕັດສິນໃຈ, ມານະພະຍາຍາມປະຕິບັດສໍາເລັດໜ້າທີ່. ທ່ານພັນເອກພິເສດ ຫງວຽນຄັກເທິມ ຢືນຢັນວ່າ ໃນຊຸມປີຜ່ານມາ, ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ບໍາລຸງກໍ່ສ້າງ ແລະມອບໃບປະກາສະນີຍະບັດ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ນັບຫຼາຍຮ້ອຍຄົນ. ເມື່ອກັບຄືນກົມກອງເຮັດວຽກ, ບັນດາສະຫາຍເສີມຂະຫຍາຍ, ໝູນໃຊ້ຄວາມຮູ້, ບົດຮຽນທີ່ໄດ້ສຶກສາຮໍ່າຮຽນຢູ່ໂຮງຮຽນເຂົ້າໃນວຽກງານຢ່າງມີຫົວຄິດປະດິດສ້າງ. ຫຼາຍສະຫາຍໄດ້ກາຍເປັນພະນັກງານຂັ້ນສູງຂອງກອງທັບປະຊາຊົນລາວ.
    |
 |
ທ່ານພັນເອກພິເສດ ຫງວຽນຄັກເທິມ ມອບໃບປະກາສະນີຍະບັດ ໃຫ້ນັກຮຽນທະຫານລາວ. ພາບ: ຈ້ອງດຶກ. |
ໃນເວລາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ໂຮງຮຽນນາຍທະຫານບົກເລກ 1, ນັກຮຽນທະຫານລາວ ຊຸດທີ 40 ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່, ອຳນວຍຄວາມສະດວກຈາກຄະນະພັກ, ຄະນະອຳນວຍການໂຮງຮຽນ ແລະພະນັກງານ, ຄູອາຈານ. ກ່ອນທີ່ກັບຄືນປະເທດ, ທ່ານຮອງຜູ້ອຳນວຍການໂຮງຮຽນນາຍທະຫານບົກເລກ 1 ຫວັງວ່າ ນັກຮຽນທະຫານລາວ ຈະເສີມຂະຫຍາຍຄວາມຮູ້, ທັກສະ ແລະບົດຮຽນປະສົບການທີ່ໄດ້ຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມຢູ່ໂຮງຮຽນເຂົ້າໃນການປະຕິບັດພາລະບົດບາດ ແລະໜ້າທີ່ວຽກງານໃຫ້ເປັນຢ່າງດີ.
ທີ່ພິທີມອບໃບປະກາສະນີຍະບັດ, ຕາງໜ້າຄະນະພັກ, ຄະນະອຳນວຍການ, ທ່ານພັນເອກພິເສດ ຫງວຽນຄັກເທິມ ຮອງຜູ້ອໍານວຍການໂຮງຮຽນນາຍທະຫານບົກເລກ 1 ໄດ້ມອບໃບປະກາສະນີຍະບັດ ແລະມອບນາມມະຍົດນັກຮົບແຂ່ງຂັນ, ນັກຮົບດີເດັ່ນໃຫ້ນັກຮຽນທະຫານລາວ ທີ່ໄດ້ສໍາເລັດການສຶກສາຢ່າງດີເດັ່ນ.
ໂດຍ: ໄຊຊະນະ