ການຮ່ວມມືດ້ານຄວາມໝັ້ນຄົງສືບຕໍ່ສວມບົດບາດເສົາຄໍ້າສຳຄັນໃນການພົວພັນຫວຽດນາມ - ລາວ
ກປ.ອອນໄລ - ໃນການໄປປະຕິບັດງານຢູ່ລາວ, ຕອນບ່າຍວັນທີ 30 ກໍລະກົດ, ສະຫາຍພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ບຸນທອງ ຈິດມະນີ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ.
ພ້ອມກັນເຂົ້າຮ່ວມມີ ສະຫາຍພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ; ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ.
ສະຫາຍ ບຸນທອງ ຈິດມະນີ ຢືນຢັນວ່າ: ການຢ້ຽມຢາມໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດເວົ້າລວມ ແລະລະຫວ່າງກະຊວງຕຳຫຼວດ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ.
    |
 |
ສະຫາຍພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຢ້ຽມຂໍ່ານັບສະຫາຍ ບຸນທອງ ຈິດມະນີ. ພາບ: ຫາຍຕ໊ຽນ |
ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງເຊິ່ງຫວຽດນາມ ບັນລຸໄດ້ໃນຫຼາຍຂົງເຂດ, ສະຫາຍ ບຸນທອງ ຈິດມະນີ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ແລະກະຊວງປ້ອງກັນຄວາມສະຫງົບລາວ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ສະກັດກັ້ນອາດຊະຍາກຳ, ຮ່ວມມືປະຕິບັດບັນດາໂຄງການຈຸດສຸມ; ປາດຖະໜາຢາກວ່າ ສອງກະຊວງສືບຕໍ່ຍູ້ແຮງການຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳໃຊ້ເຕັກໂນໂລຊີສູງ, ຍູ້ແຮງການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ຫາຍຕ໊ຽນ |
ສະຫາຍພົນເອກ ເລືອງຕາມກວາງ ເນັ້ນໜັກວ່າ, ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານເຊິ່ງພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງ ບັນລຸໄດ້ພາຍຫຼັງ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່.
ການນຳພັກ, ລັດ ແລະປະຊາຊົນຫວຽດນາມ ເວົ້າລວມ, ກະຊວງຕຳຫຼວດ ເວົ້າສະເພາະຍາມໃດກໍ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນ, ໜູນຊ່ວຍເພື່ອນມິດສະຫາຍລາວ ອ້າຍນ້ອງ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນຢ່າງສຸດຈິດສຸດໃຈ, ປະກອບສ່ວນເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ສົມທົບກັນຢ່າງແໜ້ນແຟ້ນໃນພາລະກິດສ້າງສາ ແລະພັດທະນາປະເທດສັນຕິພາບ, ສະຖຽນລະພາບ ແລະພັດທະນາບົນຫຼັກການເຄົາລົບເອກະລາດ ແລະອະທິປະໄຕຂອງກັນ.
ສະຫາຍພົນເອກ ເລືອງຕາມກວາງ ສະແດງຄວາມເປັນກຽດເມື່ອພ້ອມດ້ວຍສະຫາຍຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເຂົ້າຮ່ວມພິທີເປີດນໍາໃຊ້ “ສູນບຳບັດຜູ້ຕິດຢາເສບຕິດ” ຢູ່ແຂວງວຽງຈັນ; ເຂົ້າຮ່ວມພິທີເປີດນໍາໃຊ້ “ລະບົບຜະລິດບັດປະຈຳຕົວພົນລະເມືອງລາວ”, ມອບພາຫະນະຮັບໃຊ້ວຽກງານສູ້ຮົບໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ແລະພາຫະນະປະກອບໃຫ້ຕໍາຫຼວດຢູ່ບັນດາບ້ານຂອງລາວ ຕິດກັບຊາຍແດນຫວຽດນາມ.
ສະຫາຍພົນເອກ ເລືອງຕາມກວາງ ໃຫ້ຮູ້ວ່າ ບັນດາໂຄງການອຸປະຖໍາຂອງກະຊວງຕຳຫຼວດຫວຽດນາມ ສະຫງວນໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອຫັນສາຍພົວພັນຮ່ວມມືມິດຕະພາບແບບພິເສດ ຫວຽດນາມ - ລາວ; ແມ່ນຄວາມຮັບຜິດຊອບ ແລະອາລົມຈິດ ເຊິ່ງກໍາລັງຕໍາຫຼວດຫວຽດນາມ ສະຫງວນໃຫ້ກຳລັງປ້ອງກັນຄວາມສະຫງົບລາວ ອ້າຍນ້ອງ.
ໂດຍ: ທະນາພອນ