ອົດສະຕາລີ ເອົາໃຈໃສ່ເຖິງການປະຕິຮູບທີ່ພວມດຳເນີນຢູ່ ຫວຽດນາມ
ວັນທີ 8 ສິງຫາ, ໂຮງຮຽນນະໂຍບາຍສາທາລະນະ Crawford ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໄດ້ຈັດກອງປະຊຸມສຳມະນາອັບເດັດ ຫວຽດນາມ ປີ 2025.
    |
 |
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: vov.vn |
ກອງປະຊຸມສຳມະນາໄດ້ແນະນຳກ່ຽວກັບບັນດາການປ່ຽນແປງໃໝ່ກົງຈັກອຳນາດການປົກຄອງ, ນະໂຍບາຍເສດຖະກິດ, ການຄ້າ, ກະສິກຳ ແລະ ສະພາບແວດລ້ອມຢູ່ ຫວຽດນາມ ໃນໄລຍະມໍ່ໆມານີ້.
ໃນກອງປະຊຸມສຳມະນາ, ບັນດານັກຄົ້ນຄວ້າ ໄດ້ສຸມໃສ່ແບ່ງປັນຂໍ້ມູນອັບເດັດກ່ຽວກັບຫວຽດນາມ ໃນ 3 ດ້ານ, ລວມມີ: ການເມືອງ, ເສດຖະກິດ - ການຄ້າ, ສະພາບແວດລ້ອມ ແລະ ກະສິກຳ…
ຕີລາຄາກ່ຽວກັບບັນດາການປະຕິຮູບທີ່ພວມດຳເນີນຢູ່ ຫວຽດນາມ ໃນປັດຈຸບັນ, ສາດສະດາຈານ Carl Thayer ໃຫ້ຮູ້ວ່າ ນີ້ແມ່ນບາດກ້າວເດີນທີ່ຈຳເປັນເພື່ອໃຫ້ຫວຽດນາມ ສາມາດພັດທະນາຢ່າງກະໂດດຂັ້ນໃນອະນາຄົດ: “ບັນດາການປະຕິຮູບເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ພວມຜັນຂະຫຍາຍແມ່ນຈຳເປັນທີ່ສຸດເພື່ອຍົກລະດັບຂອງຫວຽດນາມ ໃນໂລກໃນການຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງ ເພື່ອແນໃສ່ຫຼຸດພົ້ນອອກຈາກບ້ວງລາຍຮັບປານກາງ. ບັນດາຂົງເຂດທັງໝົດ ເຊິ່ງຫວຽດນາມ ຕ້ອງເຮັດເພື່ອບັນລຸໄດ້ຜົນສຳເລັດນັ້ນ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ".
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ