ເຂົ້າຮ່ວມພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ມີທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ; ບັນດາຜູ້ຕາງໜ້າຂອງຄະນະກໍາມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດຂອງສະພາແຫ່ງຊາດ, ກະຊວງອຸດສາຫະກໍາ ແລະການຄ້າ, ກະຊວງພາຍໃນ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຫ້ອງວ່າການສະພາແຫ່ງຊາດ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ; ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຕາງໜ້າສະຖານທູດບັນດາປະເທດອາຊຽນ, ຕີມໍ ແລັດເຕ ແລະບັນດາຄູ່ຮ່ວມມືຂອງອາຊຽນ ຢູ່ຮ່າໂນ້ຍ.
    |
 |
ພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ. |
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງອາຊຽນ. ພາບ: ຈ້ອງຫາຍ |
ພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາປະຈຳປີເນື່ອງໃນໂອກາດວັນສ້າງຕັ້ງອາຊຽນ ທີ່ເປັນໜ້າເອກອ້າງທະນົງໃຈຂອງບັນດາປະເທດສະມາຊິກອາຊຽນ, ເຊີດຊຸຄຸນຄ່າລວມ ແລະໃຫ້ຄຳໝັ້ນສັນຍາ ເພື່ອສົ່ງເສີມຈິດໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືຂອງອາຊຽນ ພາຍໃຕ້ຊາຍຄາລວມແມ່ນປະຊາຄົມອາຊຽນ, ເພື່ອສັນຕິພາບ, ການຮ່ວມມື ແລະຄວາມວັດທະນາຖາວອນຂອງພາກພື້ນ.
    |
 |
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ກ່າວຄຳເຫັນທີ່ພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ. ພາບ: ຈ້ອງຫາຍ |
ນັບແຕ່ເມື່ອສ້າງຕັ້ງກ່ອນນີ້ 58 ປີ ມາຮອດປະຈຸບັນ, ອາຊຽນໄດ້ຮັກສາການພັດທະນາຢ່າງແຂງແຮງ, ຄ່ອຍໆກາຍເປັນກຳລັງຊຸກຍູ້ການພັດທະນາຂອງພາກພື້ນ. ການພົວພັນຕ່າງປະເທດຂອງອາຊຽນ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງທັງດ້ານປະລິມານ ແລະຄຸນນະພາບ, ປະກອບສ່ວນຮັບປະກັນລະດັບເຕີບໂຕທີ່ໜ້າປະທັບໃຈຂອງອາຊຽນ. ນີ້ແມ່ນການຢືນຢັນເຖິງສີສັນສະເພາະ, ຄຸນຄ່າ, ກໍາລັງຊີວິດ ແລະອິດທິພົນຊື່ສຽງຂອງອາຊຽນ.
ການປ່ຽນແປງຢ່າງເລິກເຊິ່ງຂອງສະຖານະການຄືໃນປະຈຸບັນຮຽກຮ້ອງໃຫ້ບັນດາປະເທດສະມາຊິກສືບຕໍ່ສົມທົບກັນຊຸກຍູ້ບັນດາຄຸນຄ່າຂອງການເຈລະຈາ, ການຮ່ວມມື, ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍ, ພິເສດແມ່ນຄວາມຕ້ອງການຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ແມ່ນເງື່ອນໄຂປະຖົມປັດໄຈເພື່ອຮັບປະກັນການເຕີບໂຕແບບຍືນຍົງ ແລະຜົນສຳເລັດລວມຂອງປະຊາຄົມອາຊຽນ.
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ຖ່າຍຮູບລວມ. ພາບ: ຈ້ອງຫາຍ |
ປີນີ້ກໍ່ແມ່ນປີຄົບຮອບ 30 ປີແຫ່ງວັນ ທີ່ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ. ເຂົ້າຮ່ວມອາຊຽນ ແຕ່ຈຸດເລີ່ມຕົ້ນຂອງການປ່ຽນແປງໃໝ່, ເຊື່ອມໂຍງ, ການເດີນທາງຂອງການຕິດແທດກັບອາຊຽນ ໃນໄລຍະ 30 ປີຜ່ານມາໄດ້ສະແດງໃຫ້ເຫັນນະໂຍບາຍຂອງຫວຽດນາມ ທີ່ຍາມໃດກໍ່ຖືເອົາການຮ່ວມມື ແລະເຊື່ອມຕໍ່ອາຊຽນ ເປັນບຸລິມະສິດອັນດັບໜຶ່ງ, ເປັນທາງເລືອກຍຸດທະສາດ, ຍາມໃດກໍພະຍາຍາມ ແລະປະກອບສ່ວນຈົນສຸດຄວາມສາມາດຂອງຕົນເພື່ອອາຊຽນ ສາມັກຄີ, ພັດທະນາຢ່າງເຂັ້ມແຂງ.
ຜ່ານການປະຕິບັດໜ້າທີ່ຮັບຜິດຊອບຂອງສະມາຊິກເປັນຢ່າງດີໃນໄລຍະຕົ້ນ, ຫວຽດນາມ ໄດ້ມີຄວາມໝັ້ນໃຈເຂົ້າຮ່ວມ ແລະປະກອບສ່ວນສ້າງຍຸດທະສາດຂອງອາຊຽນ, ເພີ່ມບົດບາດຫຼັກແຫຼ່ງ, ຊັກນຳຫຼາຍວິວັດການຮ່ວມມືສຳຄັນຂອງອາຊຽນ.
ໂດຍ: ໄຊນີດາ