leftcenterrightdel
ລາຍການພົບປະແລກປ່ຽນວັດທະນະທຳເຕັມໄປດ້ວຍນໍ້າໃຈມິດຕະພາບລະຫວ່າງສອງແຂວງ. ພາບ: giaoducthoidai.vn

ກ່ອນໜ້ານັ້ນ, ພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງຈິ ໄດ້ຕ້ອນຮັບ ແລະເຮັດວຽກ, ການພົບປະແລກປ່ຽນວັດທະນະທຳ, ສິລະປະກັບຄະນະຄູອາຈານ, ນັກຮຽນແຂວງຄໍາມ່ວນ, ປະເທດລາວ, ເຊິ່ງດຳເນີນໃນສອງວັນທີ 30-31 ກໍລະກົດ.

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ສືບທອດສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ, ລະຫວ່າງສອງແຂວງກວ໋າງຈິ-ແຂວງຄໍາມ່ວນ ເວົ້າລວມ ແລະລະຫວ່າງສອງຂະແໜງການສຶກສາເວົ້າສະເພາະ.

leftcenterrightdel
ທ່ານ ຫງວຽນດີ່ງຫາຍ ຮອງຫົວໜ້າພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງຈິ ກ່າວຄຳເຫັນທີ່ລາຍການ. ພາບ: giaoducthoidai.vn

ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນດີ່ງຫາຍ ຮອງຫົວໜ້າພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງຈິ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຂະແໜງການສຶກສາສອງແຂວງ ໄດ້ມີການເຄື່ອນໄຫວຮ່ວມມືອັນອຸດົມສົມບູນ, ນັບແຕ່ການແລກປ່ຽນນັກຮຽນ, ນັກສຶກສາ, ກໍ່ສ້າງພາສາຫວຽດນາມ, ເຖິງການແບ່ງປັນບົດຮຽນໃນການຄຸ້ມຄອງ, ພັດທະນາຖັນແຖວ, ຍົກສູງຄຸນນະພາບການສອນ... ບັນດາໝາກຜົນນັ້ນແມ່ນພິສູດສະແດງໃຫ້ເຫັນນໍ້າໃຈມິດຕະພາບສັດຊື່ບໍລິສຸດ, ຄວາມສະໜິດຕິດພັນລະຫວ່າງສອງຝ່າຍ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ການນຳພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງຈິ ຢືນຢັນວ່າ ຜ່ານລາຍການພົບປະແລກປ່ຽນຄັ້ງນີ້, ສອງຝ່າຍມີກາລະໂອກາດຫຼາຍຢ່າງ ເພື່ອແບ່ງປັນບົດຮຽນໃນວຽກງານຄຸ້ມຄອງ, ພັດທະນາຊັບພະຍາກອນມະນຸດ ແລະຊຸກຍູ້ການຮ່ວມມືດ້ານການສຶກສາສອງຝ່າຍກວ່າອີກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່.

ທີ່ລາຍການ, ການນຳພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງຈິ ໄດ້ມອບຂອງທີ່ລະນຶກໃຫ້ການນໍາພະແນກສຶກສາທິການ ແລະກິລາແຂວງຄໍາມ່ວນ, ພະແນກການຕ່າງປະເທດແຂວງຄໍາມ່ວນ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ, ສປປ ລາວ.

ໂດຍ: ເຈິ່ນຮວ່ຽນ