ໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ກົມກອງປົກປັກຮັກສາຊາຍແດນຂອງລາວ ຖືກຕັດແຍກຍ້ອນຝົນຕົກນ້ຳຖ້ວມ
ກປ.ອອນໄລ - ວັນທີ 27 ກໍລະກົດ, ທ່ານ ລາງແທງເລືອງ, ເລຂາພັກຕາແສງ ນາລອຍ (ແຂວງເງະອານ) ໃຫ້ຮູ້ວ່າ ອໍານາດການປົກຄອງທ້ອງຖິ່ນ, ຄ້າຍທະຫານຊາຍແດນ, ຕໍາຫຼວດຕາແສງ ໄດ້ໜູນຊ່ວຍເຄື່ອງໃຊ້ທີ່ຈໍາເປັນໃຫ້ກົມກອງປົກປັກຮັກສາຊາຍແດນຂອງລາວ ທີ່ພວມຖືກຕັດແຍກຍ້ອນຝົນຕົກນ້ຳຖ້ວມ.
    |
 |
ອໍານາດການປົກຄອງ ແລະບັນດາກົມກອງກໍາລັງປະກອບອາວຸດຕາແສງນາລອຍ ໄດ້ໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນໃຫ້ກໍາລັງປົກປັກຮັກສາຊາຍແດນຂອງລາວ. ພາບ: qdnd.vn |
ໃນຄັ້ງຝົນຕົກນໍ້າຖ້ວມທີ່ຜ່ານມາ, ຢູ່ບໍລິເວນຊາຍແດນບ້ານ ປຽງຫົງ (ກຸ່ມບໍ່ເຍຍ, ເມືອງໜອງແຮດ, ແຂວງຊຽງຂວາງ, ລາວ) ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ຕາມຜູ້ຕາງໜ້າກົມກອງປົກປັກຮັກສາຊາຍແດນຂອງ ລາວ ໃຫ້ຮູ້ວ່າ: ເຮືອນຢູ່ບ້ານປຽງຮົ່ງ ຈໍານວນ 45 ຫຼັງ ຖືກນ້ຳຖ້ວມທໍາລາຍ, ຄ້າຍທະຫານຊາຍແດນ ປຽງເມືອງ ຖືກທໍາລາຍ ແລະກອງທະຫານຊາຍແດນ 223 ຖືກຕັດແຍກ.
ຜູ້ບັນຊາ ທະຫານຊາຍແດນ 223 ໄດ້ຈັດສົ່ງພະນັກງານ 2 ຄົນມາຫາຕາແສງນາລອຍ, ບັນດາກໍາລັງທ້ອງຖິ່ນ ເພື່ອຂໍຄວາມຊ່ວຍເຫຼືອທາງດ້ານເຄື່ອງໃຊ້ທີ່ຈໍາເປັນ. ຄະນະກໍາມະການປະຊາຊົນຕາແສງນາລອຍ ສົມທົບກັບຄ້າຍທະຫານຊາຍນາລອຍ, ຕໍາຫຼວດຕາແສງນາລອຍ ໜູນຊ່ວຍເຄື່ອງໃຊ້ທີ່ຈໍາເປັນເພື່ອຮັບປະກັນຊີວິດການເປັນຢູ່, ປະຕິບັດໜ້າທີ່ຂອງພະນັກງານ, ນັກຮົບກອງຮ້ອຍ 223.
    |
 |
ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງຊ່ວຍກົມກອງເພື່ອນ ຜ່ານຜ່າຄວາມຫຍຸ້ງຍາກ. ພາບ: qdnd.vn |
ໃນຊຸມວັນຜ່ານມາ, ຝົນຕົກນ້ຳຖ້ວມ ກໍ່ເຮັດໃຫ້ກຸ່ມປະຕິບັດງານຊາຍແດນ ຫ້ວຍປ່າ (ກອງຮ້ອຍທະຫານຊາຍແດນ 217, ກອງບັນຊາການທະຫານແຂວງຫົວພັນ) ຖືກຕັດແຍກ.
ກຸ່ມປະຕິບັດງານຊາຍແດນ ຍອດເລີດ, ຄ້າຍທະຫານຊາຍແດນ ມີລີ້ (ກອງບັນຊາການທະຫານຊາຍແດນແຂວງເງະອານ) ກໍ່ໄດ້ໜູນຊ່ວຍເຄື່ອງໃຊ້ທີ່ຈໍາເປັນໃຫ້ກົມກອງເພື່ອນ ຢ່າງທັນການ.
ໂດຍ: ໄຊນີດາ