ກອງພົນ 312 ແລກປ່ຽນວຽກງານຂົນຂວາຍປະຊາຊົນ ກັບກົມກໍ່ສ້າງຮາກຖານກອງທັບປະຊາຊົນລາວ
ກປ.ອອນໄລ - ວັນທີ 1 ສິງຫາ, ຢູ່ກອງພົນ 312 (ກອງພົນໃຫຍ່ 12), ໄດ້ດໍາເນີນການແລກປ່ຽນບົດຮຽນວຽກງານຂົນຂວາຍປະຊາຊົນລະຫວ່າງກອງພົນ ແລະຄະນະປະຕິບັດງານກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
ເຂົ້າຮ່ວມ ແລະຊີ້ນຳການແລກປ່ຽນ, ຝ່າຍລາວ ມີທ່ານພັນເອກ ຄອນວິໄລ ທຳມະວົງສາ, ຮອງຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ. ຜູ້ຕາງໜ້າຝ່າຍຫວຽດນາມ ມີທ່ານພັນເອກພິເສດ ຫງວຽນຮວ່າງຕູ໊, ຮອງຫົວໜ້າຫ້ອງການເມືອງ ກອງພົນໃຫຍ່ 12; ທ່ານພັນເອກພິເສດ ໂດ້ຈູງຢຸງ, ຫົວໜ້າກອງພົນ 312 ພ້ອມດ້ວຍບັນດາສະຫາຍໃນຄະນະພັກ, ຜູ້ບັນຊາການກອງພົນ ແລະຜູ້ຕາງໜ້າບັນດາອົງການ, ກົມກອງ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ຈິ້ງຢຸຍຄວາ |
ທີ່ການແລກປ່ຽນ, ຜູ້ແທນສອງຝ່າຍໄດ້ແບ່ງປັນຮູບແບບ, ວິທີເຮັດຢ່າງມີປະສິດທິຜົນໃນວຽກງານຂົນຂວາຍມະຫາຊົນ, ເປັນຕົ້ນແມ່ນການສົມທົບລະຫວ່າງບັນດາກົມກອງກອງທັບກັບອຳນາດການປົກຄອງທ້ອງຖິ່ນໃນການກໍ່ສ້າງພື້ນຖານການເມືອງໝັ້ນຄົງເຂັ້ມແຂງ, ພັດທະນາເສດຖະກິດ-ສັງຄົມ.
ສອງຝ່າຍເຫັນດີເປັນເອກະພາບວ່າ ໃນສະພາບການພາກພື້ນ ແລະໂລກມີການຜັນແປຫຼາຍຢ່າງ, ການເພີ່ມທະວີວຽກງານຂົນຂວາຍປະຊາຊົນ, ເສີມຂະຫຍາຍກຳລັງແຮງສາມັກຄີທົ່ວປວງຊົນແມ່ນປັດໄຈສຳຄັນໃນການປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ. ພ້ອມທັງຢືນຢັນເຖິງຄວາມສຳຄັນຂອງການແລກປ່ຽນ, ຖອດຖອນບົດຮຽນລະຫວ່າງກຳລັງປະກອບອາວຸດສອງປະເທດເປັນປະຈຳ.
ການແລກປ່ຽນໄດ້ດຳເນີນໄປໃນບັນຍາກາດແຫ່ງມິດຕະພາບ, ສາມັກຄີ, ເປີດອົກເປີດໃຈ ແລະເຕັມໄປດ້ວຍນໍ້າໃຈສະຫາຍອ້າຍນ້ອງ. ກ່ອນໜ້ານັ້ນ, ຄະນະປະຕິບັດງານກອງທັບປະຊາຊົນລາວ ໄດ້ຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ກອງພົນ 312 ແລະຢ້ຽມຢາມເຮືອນມູນເຊື້ອກອງພົນ 312.
ສິ້ນສຸດລາຍການ, ສອງຝ່າຍໄດ້ມອບຂອງຂວັນທີ່ລະນຶກ ແລະຖ່າຍຮູບຮ່ວມ, ສະແດງໃຫ້ເຫັນຄວາມສະໜິດຕິດພັນ ແລະຄວາມເຊື່ອໝັ້ນອັນເລິກເຊິ່ງໃນການພົວພັນແບບພິເສດ ຫວຽດນາມ-ລາວ, ພິເສດແມ່ນລະຫວ່າງກອງທັບສອງປະເທດ.
ໂດຍ: ເຈິ່ນຮວ່ຽນ