ກອງພົນໃຫຍ່ 34: ຝຶກອົບຮົມການຫັນເປັນດີຈີຕອນປີ 2025
ກປ.ອອນໄລ - ວັນທີ 8 ສິງຫາ, ກອງພົນໃຫຍ່ 34 ໄດ້ຈັດຕັ້ງຊຸດຝຶກອົບຮົມການຫັນເປັນດີຈີຕອນປີ 2025. ທ່ານພົນຈັດຕະວາ ເຢືອງວັນກວາງ, ຮອງຜູ້ບັນຊາການກອງພົນໃຫຍ່ 34 ໄດ້ເຂົ້າຮ່ວມ ແລະເປັນປະທານຊຸດຝຶກອົບຮົມ.
    |
 |
ທ່ານພົນຈັດຕະວາ ເຢືອງວັນກວາງ, ຮອງຜູ້ບັນຊາການກອງພົນໃຫຍ່ 34 ກ່າວຄໍາເຫັນໄຂຊຸດຝຶກອົບຮົມ. ພາບ: qdnd.vn |
ຊຸດອົບຮົມໄດ້ຈັດຂຶ້ນແບບເຊິ່ງໜ້າ ແລະທາງອອນລາຍດ້ວຍຈຸດເຊື່ອມຕໍ່ 13 ແຫ່ງ; ມີພະນັກງານ-ພາລະກອນເກືອບ 300 ຄົນ ທີ່ມາຈາກບັນດາອົງການ, ກົມກອງໃນທົ່ວກອງພົນໃຫຍ່ 34 ເຂົ້າຮ່ວມ.
ໂຄງການຂອງຊຸດຝຶກອົບຮົມລວມມີຫົວເລື່ອງ, ຄື: ແນະນໍາກ່ຽວກັບຂັ້ນຕອນຫັນສໍາເນົາເອກະສານເປັນດີຈີຕອນ, ຜົນການແກ້ໄຂລະບຽບການບໍລິຫານ; ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະຄວາມປອດໄພດ້ານຊາຍເບີ ຕາມລະດັບໃນກອງພົນໃຫຍ່ໃນປະຈຸບັນ; ແນະນໍາພາລະບົດບາດມອບໝາຍ, ຄຸ້ມຄອງໜ້າທີ່ໃນລະບົບການຄຸ້ມຄອງເອກະສານ ແລະການບໍລິຫານ; ເນື້ອໃນຈຸດສຸມສຳຄັນ, ກໍານົດທິດບາງລາຍການໝູນໃຊ້ຂະບວນການ "ເຜີຍແຜ່ດີີຈິີຕອນໃຫ້ແກ່ປະຊາຊົນ"...
    |
 |
ບັນຍາກາດທີ່ພິທີໄຂຊຸດຝຶກອົບຮົມ. ພາບ: qdnd.vn |
ກ່າວຄຳເຫັນທີ່ຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ເຢືອງວັນກວາງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດາອົງການ, ກົມກອງໃນໄລຍະຜ່ານມາທີ່ໄດ້ເອົາໃຈໃສ່ເຖິງການລົງທຶນໃຫ້ຖືກລະດັບ, ທັນການໃນວິວັດການຫັນເປັນດີຈີຕອນ ແລະປະຕິຮູບການບໍລິຫານທີ່ກົມກອງ.
ທ່ານຮອງຜູ້ບັນຊາການກອງພົນໃຫຍ່ 34 ເນັ້ນໜັກວ່າ: ຊຸດຝຶກອົບຮົມມີຄວາມໝາຍສຳຄັນຫຼາຍ, ແມ່ນໂອກາດເພື່ອແລກປ່ຽນ, ປຶກສາຫາລື, ແລກປ່ຽນບົດຮຽນປະສົບການ, ຍົກສູງຄວາມຮັບຮູ້ກ່ຽວກັບ ການຫັນເປັນດີຈີຕອນ ແລະປະຕິຮູບການບໍລິຫານຢ່າງຮອບດ້ານ ແລະເປັນເອກະພາບ.
    |
 |
ບັນດາຜູ້ແທນ ຂອງກອງພົນໃຫຍ່ 34 ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn |
ຜ່ານຊຸດຝຶກອົບຮົມດັ່ງກ່າວ ຊ່ວຍໃຫ້ພະນັກງານ, ພາລະກອນໃນກອງພົນໃຫຍ່ 34 ກໍາແໜ້ນທັດສະນະ, ແຜນນະໂຍບາຍ, ການກໍານົດທິດທາງຂອງລັດຖະບານ ແລະກະຊວງປ້ອງກັນປະເທດ ໃນການປະຕິຮູບການບໍລິຫານ ແລະຫັນເປັນດີຈີຕອນ, ເພື່ອຈັດຕັ້ງຜັນຂະຫຍາຍປະຕິບັດຮັບປະກັນມີປະສິດທິຜົນ.
ທ່ານພົນຈັດຕະວາ ເຢືອງວັນກວາງ ຮຽກຮ້ອງໃຫ້ຜູ້ບັນຊາການບັນດາອົງການ, ກົມກອງ, ໂຮງຮຽນ ຕ້ອງຊາບຊຶມແຜນການຝຶກອົບຮົມ ແລະເຂົ້າຮ່ວມຊຸດຝຶກອົບຮົມໃຫ້ຖືກຕ້ອງ, ພາກສ່ວນເຂົ້າຮ່ວມພຽງພໍ, ບັນລຸຄຸນນະພາບສູງ. ພາຍຫຼັງການຝຶກອົບຮົມ, ຕ້ອງກຳແໜ້ນເນື້ອໃນ, ແກ້ໄຂບັນດາຂໍ້ຈໍາກັດຂອງກົມກອງໃນໄລຍະຜ່ານມາຢ່າງທັນການ, ດຳເນີນຈັດການຝຶກອົບຮົມໃນລະດັບກົມກອງຕົວເອງຢ່າງແໜ້ນແຟ້ນ ແລະເຂັ້ມງວດ.
ໂດຍ: ທູຈາງ