ຫວຽດນາມ ຊ່ວຍລາວ ກໍ່ສ້າງສູນບໍາບັດປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ
ກປ.ອອນໄລ - ວັນທີ 30 ກໍລະກົດ, ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ຈັດຕັ້ງພິທີເປີດນໍາໃຊ້ສູນບໍາບັດປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ, ສປປ ລາວ.
    |
 |
ບັນດາຜູ້ແທນຕັດແຖບຜ້າເປີດການນໍາໃຊ້ສູນບໍາບັດປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ, ສປປ ລາວ. ພາບ: vov.vn |
ນີ້ແມ່ນໂຄງການອຸປະຖໍາຈາກລັດຖະບານ ແລະປະຊາຊົນຫວຽດນາມ ໃຫ້ແກ່ລັດຖະບານ ແລະປະຊາຊົນລາວ ແລະມອບໃຫ້ກະຊວງຕຳຫຼວດຫວຽດນາມ ເປັນເຈົ້າຂອງໂຄງການ, ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບກຳລັງປ້ອງກັນຄວາມສະຫງົບລາວ ອ້າຍນ້ອງ ປະຕິບັດໂຄງການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດຂອງລັດຖະບານລາວ ຢ່າງມີໄຊ, ພ້ອມທັງຍົກສູງປະສິດທິຜົນການຮ່ວມມືຕໍ່ສູ້ສະກັດກັ້ນ, ຕ້ານຢາເສບຕິດ, ວຽກງານຄຸ້ມຄອງຜູ້ຕິດຢາເສບຕິດ ລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດ ຫວຽດນາມ-ລາວ, ກໍຄືຍົກສູງຄວາມສາມາດເບິ່ງແຍງດູແລ, ສ້າງເງື່ອນໄຂໃຫ້ຜູ້ເຂົ້າບໍາບັດ ກາຍເປັນຄົນດີອອກສູ່ສັງຄົມ ເພື່ອຈະໄດ້ປະກອບສ່ວນສ້າງສາພັດທະນາປະເທດຊາດໃນອະນາຄົດ.
    |
 |
ພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: vov.vn |
ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ເລືອງຕາມກວາງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຫວັງວ່າ ພາຍຫຼັງການເປີດນຳໃຊ້ສູນດັ່ງກ່າວ ຈະປະກອບສ່ວນຊ່ວຍປະເທດລາວ ຄຸ້ມຄອງ ແລະຫຼຸດຜ່ອນຈຳນວນຜູ້ຕິດຢາເສບຕິດເທື່ອລະກ້າວ, ສ້າງວຽກເຮັດງານທຳທີ່ຖາວອນໃຫ້ແກ່ຜູ້ຕິດຢາເສບຕິດ ພາຍຫຼັງການບໍາບັດປິ່ນປົວ ແລະຈະແມ່ນສູນບໍາບັດປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຕົວແບບຂອງລາວ; ພ້ອມທັງຢືນຢັນວ່າ ກໍາລັງປ້ອງກັນຄວາມສະຫງົບຫວຽດນາມ ຈະສືບຕໍ່ຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບລາວ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ພິເສດແມ່ນວຽກງານສະກັດກັ້ນ, ຕ້ານຢາເສບຕິດເວົ້າສະເພາະ; ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນປະສົບການໃນວຽກງານບໍາບັດປິ່ນປົວ ແລະຄຸ້ມຄອງຜູ້ຕິດຢາເສບຕິດພາຍຫຼັງການບໍາບັດ, ປະກອບສ່ວນນຳເອົາຊີວິດການເປັນຢູ່ຢ່າງສະຫງົບສຸກ ແລະຄວາມຜາສຸກມາໃຫ້ປະຊາຊົນສອງປະເທດ ຫວຽດນາມ - ລາວ.
    |
 |
ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກ່າວຄຳເຫັນທີ່ພິທີ. ພາບ: vov.vn |
ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນລາວ, ທ່ານພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ທີ່ໄດ້ໜູນຊ່ວຍກໍ່ສ້າງໂຄງການສູນບໍາບັດປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ; ພ້ອມທັງເຊື່ອໝັ້ນວ່າ ສູນດັ່ງກ່າວ ຈະກາຍເປັນສັນຍາລັກແຫ່ງນໍ້າໃຈມິດຕະພາບລະຫວ່າງສອງປະເທດ ລາວ-ຫວຽດນາມ.
    |
 |
ພິທີເປີດນໍາໃຊ້ສູນບໍາບັດປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ, ສປປ ລາວ. ພາບ: vov.vn |
ໂຄງການກໍ່ສ້າງສູນບໍາບັດປິ່ນປົວ ແລະຟື້ນຟູສຸຂະພາບຜູ້ຕິດຢາເສບຕິດແຂວງວຽງຈັນ, ສປປ ລາວ ມີມູນຄ່າການລົງທຶນທັງໝົດ 247 ຕື້ດົ່ງ, ໄດ້ກໍ່ສ້າງສຳເລັດພາຍຫຼັງ 12 ເດືອນ ດ້ວຍລະບົບພື້ນຖານໂຄງລ່າງເຕັກນິກທີ່ຄົບຊຸດ, ຕອບສະໜອງຄວາມຕ້ອງການປິ່ນປົວ, ຄຸ້ມຄອງ ແລະຟື້ນຟູສຸຂະພາບໃຫ້ແກ່ຜູ້ຕິດຢາເສບຕິດຈໍານວນ 500 ຄົນ, ພ້ອມທັງຮັບປະກັນເງື່ອນໄຂການເຮັດວຽກໃຫ້ພະນັກງານຄຸ້ມຄອງ 70 ຄົນ.
ໂດຍ: ໄຊຊະນະ