ນັກຂ່າວ: ຂໍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດ ເອຢິບ ແລະ ອັງໂກລາ ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ?

ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມທາງລັດຖະກິດ ເອຢິບ ແລະອັງໂກລາ ຂອງທ່ານ ເລືອງເກື່ອງ ປະທານປະເທດ ແລະພັນລະຍາແມ່ນມີຄວາມໝາຍພິເສດທີ່ສຸດ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນຂອບຂະໜາດຂອງການທູດຫວຽດນາມ ໃນສັງກາດໃໝ່, ທັງປະຕິບັດເປົ້າໝາຍນຳການພົວພັນຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນຄື ເອຢິບ ແລະອັງໂກລາ ຂຶ້ນສູ່ລະດັບສູງໃໝ່, ທັງເປັນການຢັ້ງຢືນສານນະໂຍບາຍສຳຄັນຂອງພັກ ແລະ ລັດຫວຽດນາມ ຕໍ່ກັບທຸກປະເທດໃນພາກພື້ນອາຟຣິກາ.

ການຢ້ຽມຢາມໄດ້ດຳເນີນໄປໃນສະພາບການຂອງໂລກພວມມີການຫັນປ່ຽນຢ່າງເລິກເຊິ່ງ, ມີລັກສະນະຍຸກສະໄໝ, ຄືດັ່ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ໄດ້ໃຫ້ຂໍ້ສັງເກດ. ບົດບາດ ແລະທັດສະນະຂອງບັນດາປະເທດກໍາລັງພັດທະນານັບມື້ນັບໄດ້ຮັບການເຊີດຊູ. ສະນັ້ນ, ການຢ້ຽມຢາມຂອງທ່ານ ເລືອງເກື່ອງ ຈຶ່ງເປັນການຢັ້ງຢືນນະໂຍບາຍພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຂອງພັກ ແລະ ລັດຫວຽດນາມ, ພ້ອມທັງສ່ອງແສງເຖິງທ່າອ່ຽງເພີ່ມທະວີການຮ່ວມມືຢ່າງແຂງແຮງລະຫວ່າງບັນດາປະເທດທາງທິດໃຕ້ ໃນການກໍານົດລະບຽບໂລກໃໝ່ໃຫ້ເປັນຮູບເປັນຮ່າງຕາມທິດຫຼາຍຝ່າຍ, ຍຸຕິທຳ ແລະສະເໝີພາບກວ່າເກົ່າ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ພາບ: ຈູງຮ໋ຽວ

ດ້ວຍຄວາມໝາຍນັ້ນ, ການຢ້ຽມຢາມຂອງທ່ານປະທານປະເທດ ບໍ່ພຽງແຕ່ເປັນການຢັ້ງຢືນນ້ຳໃຈສັດຊື່ບໍລິສຸດຕໍ່ກັບບັນດາປະເທດເພື່ອນຢູ່ອາຟຣິກາເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ, ເປັນຕົ້ນແມ່ນການຫັນຕະຫຼາດ, ຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ ເພື່ອຮັບໃຊ້ການປະຕິບັດເປົ້າໝາຍພັດທະນາປະເທດ.

ນັກຂ່າວ: ຂໍທ່ານໃຫ້ຮູ້ໝາກຜົນພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້?

ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກດ້ວຍຂີດໝາຍ ແລະໝາກຜົນທີ່ແທດຈິງ, ພົ້ນເດັ່ນຄືດັ່ງນີ້:

ທີໜຶ່ງ, ພວກເຮົາໄດ້ສ້າງຂອບຂະໜາດໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ. ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ເອຢິບ ແມ່ນຂອບການພົວພັນຄູ່ຮ່ວມມືຮອບດ້ານທຳອິດຂອງຫວຽດນາມ ຢູ່ພາກພື້ນອາຟຣິກາ. ການຢ້ຽມຢາມຍັງເປັນການກຳນົດທິດໃນການສ້າງສາຍພົວພັນ “ຄູ່ຮ່ວມມືພ້ອມກັນພັດທະນາ” ຫວຽດນາມ-ອັງໂກລາ ໃຫ້ກາຍເປັນແບບຢ່າງຂອງການຮ່ວມມືໃຕ້ - ໃຕ້, ຮັບໃຊ້ຄວາມຕ້ອງການພັດທະນາ ແລະຜົນປະໂຫຍດຂອງແຕ່ລະປະເທດຢ່າງແທດຈິງ.

ພ້ອມກັບຖະແຫຼງການຮ່ວມສອງສະບັບ ລະຫວ່າງຫວຽດນາມ-ເອຢິບ ແລະຫວຽດນາມ-ອັງໂກລາ, ພວກຂ້າພະເຈົ້າ ແລະ ພວກເພື່ອນໄດ້ລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮັກສາສັນຕິພາບ, ຍຸຕິທຳ, ການສົ່ງມອບຜູ້ຖືກຕັດສິນລົງໂທດ, ໄອຍະການ, ໂທລະພາບ, ກະສິກຳ, ການຮ່ວມມືທ້ອງຖິ່ນ... ບັນດາເອກະສານດັ່ງກ່າວ ຈະສ້າງຂອບຂະໜາດອັນໜັກແໜ້ນໃຫ້ແກ່ບາດກ້າວພັດທະນາທີ່ຕັ້ງໜ້າຕໍ່ໄປໃນການພົວພັນກັບເອຢິບ ແລະອັງໂກລາ ໃນຊຸມປີຈະມາເຖິງ.

ທີສອງ, ການຢ້ຽມຢາມໄດ້ສ້າງຄວາມສະດວກກວ່າໃຫ້ແກ່ວິສາຫະກິດຂອງຫວຽດນາມ ເຂົ້າເຖິງຕະຫຼາດ, ຊຸກຍູ້ການລົງທຶນ, ເປີດກວ້າງກາລະໂອກາດຮ່ວມມືໃນຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ເອຢິບ ແລະ ອັງໂກລາ ລ້ວນແຕ່ສະແດງຄວາມຊົມເຊີຍ ແລະໃຫ້ຄໍາໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນທີ່ມີທ່າແຮງຂອງຫວຽດນາມ ເຂົ້າເຖິງຕະຫຼາດ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນ ແລະດຳເນີນທຸລະກິດຢູ່ແຕ່ລະປະເທດ, ຊຸກຍູ້ການຮ່ວມມືພັດທະນາຂະແໜງອຸດສາຫະກຳ Halal ກັບ ເອຢິບ ແລະ ວິສາຫະກິດຫວຽດນາມ ເຂົ້າຮ່ວມບັນດາໂຄງການນ້ຳມັນອາຍແກັດທີ່ມີຄວາມສາມາດບົ່ມຊ້ອນ ແລະສະໜອງບໍລິການນ້ຳມັນອາຍແກັດ ຢູ່ອັງໂກລາ. ເອຢິບ ແລະ ອັງໂກລາ ກໍ່ເຫັນດີຍົກວົງເງິນການຄ້າຂຶ້ນເປັນ 1 ຕື້ USD, ເອຢິບ ພ້ອມແລ້ວທີ່ຈະຊຸກຍູ້ການແລກປ່ຽນເພື່ອເລີ່ມເຈລະຈາສັນຍາ FTA ກັບຫວຽດນາມ ໂດຍໄວ ແລະສ້າງຕັ້ງສະພາທຸລະກິດ ຫວຽດນາມ - ເອຢິບ.

ສິ່ງດັ່ງກ່າວຈະປະກອບສ່ວນເປີດກາລະໂອກາດໃຫ້ຫວຽດນາມ ເຂົ້າເຖິງຕະຫຼາດທີ່ມີຄວາມສາມາດບ່ົມຊ້ອນດ້ວຍປະຊາກອນ 1,5 ຕື້ຄົນ ຂອງອາຟຣິກາ. ຄູ່ຮ່ວມມືຕ່າງໆຍັງໄດ້ຕອບສະໜອງຢ່າງຕັ້ງໜ້າຕໍ່ກັບຂໍ້ສະເໜີຂອງຫວຽດນາມ ໃນການຮ່ວມມືດ້ານການປ່ຽນແປງໃໝ່ປະດິດສ້າງ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ, ນ້ໍາມັນອາຍແກັດ, ການຂຸດຄົ້ນບໍ່ແຮ່, ອຸດສາຫະກໍາ Halal ...

ທີສາມ, ທ່ານປະທານປະເທດ ໄດ້ສົ່ງສານນະໂຍບາຍສຳຄັນຂອງພັກ ແລະລັດຫວຽດນາມ ເຖິງຫຼາຍປະເທດໃນພາກພື້ນອາຟຣິກາ ແລະ ອາຣັບ. ທ່ານປະທານປະເທດ ມີບົດກ່າວປາໄສນະໂຍບາຍສຳຄັນຢູ່ສຳນັກງານສະຫະພັນອາຣັບ ແລະ ສະພາແຫ່ງຊາດອັງໂກລາ. ຫວຽດນາມ ໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ ແລະການກໍານົດທິດຂອງຫວຽດນາມ ໃນສັງກາດໃໝ່, ສະແດງໃຫ້ເຫັນຄວາມປາດຖະໜາຢາກສ້າງໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດອາຣັບ ແລະ ອາຟຣິກາ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ.

ນັກຂ່າວ: ຂໍທ່ານໃຫ້ຮູ້ມາດຕະການ ເພື່ອແນໃສ່ຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ເອຢິບ ແລະ ອັງໂກລາ?

ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ກ່ອນອື່ນໝົດ, ເລື່ອງກະຕຸກຊຸກຍູ້ຜັນຂະຫຍາຍບັນດາຄຳໝັ້ນສັນຍາ ແລະຂໍ້ຕົກລົງແມ່ນມີຄວາມໝາຍສຳຄັນທີ່ສຸດ. ລັດຖະບານໄດ້ມີກົນໄກກວດກາຄືນບັນດາຄຳໝັ້ນສັນຍາ ແລະຂໍ້ຕົກລົງສາກົນເປັນປະຈໍາໄລຍະ.

ດ້ວຍຈິດໃຈເມື່ອໄດ້ເວົ້າແລ້ວແມ່ນຕ້ອງໄດ້ເຮັດ, ໄດ້ໃຫ້ຄໍາໝັ້ນສັນຍາແລ້ວແມ່ນຕ້ອງໄດ້ປະຕິບັດ ຄວນໄດ້ສະແດງອອກຢ່າງຈະແຈ້ງ. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ພວກເຮົາຕ້ອງສົມທົບຢ່າງແໜ້ນແຟ້ນກັບເອຢິບ ແລະ ອັງໂກລາ ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍ, ຫັນບັນດາໝາກຜົນທີ່ບັນລຸໄດ້ເປັນລະອຽດ, ພິເສດແມ່ນການສ້າງແຜນການດໍາເນີນງານ ເພື່ອຜັນຂະຫຍາຍຂອບເຂດຄູ່ຮ່ວມມືຮອບດ້ານ ຫວຽດນາມ - ເອຢິບ.

ທີສອງ, ຕ້ອງເລັ່ງຜັນຂະຫຍາຍ, ປະຕິບັດບັນດາກົນໄກທີ່ສ້າງຕັ້ງຂຶ້ນໃໝ່ໂດຍໄວ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນກວ່າເກົ່າ. ຕ້ອງຍາດແຍ່ງເອົາທ່າພົວພັນກັບບັນດາປະເທດອາຟຣິກາ ໃນໄລຍະມໍ່ໆມານີ້ເພື່ອຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ. ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງຫວຽດນາມ ກັບແຕ່ລະປະເທດຢ່າງມີປະສິດທິຜົນ, ຄື: ຄະນະກຳມະການລະຫວ່າງລັດຖະບານ/ຄະນະກຳມະການປະສົມ, ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ, ສົ່ງເສີມ ແລະສ້າງເງື່ອນໄຂເຊື່ອມຕໍ່ວິສາຫະກິດ, ສົ່ງເສີມການຄ້າ ແລະການລົງທຶນ, ພ້ອມທັງເພີ່ມທະວີການເຄື່ອນໄຫວແລກປ່ຽນດ້ານວັດທະນະທຳ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນປັບປຸງນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ.

ທີສາມ, ຍູ້ແຮງການສົມທົບກັນລະຫວ່າງລັດຖະບານ ກັບວິສາຫະກິດ, ປະຊາຊົນ ແລະລະຫວ່າງສູນກາງ ກັບທ້ອງຖິ່ນໃນການຂຸດຄົ້ນບັນດາຂໍ້ຕົກລົງທີ່ບັນລຸໄດ້ກັບບັນດາປະເທດ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດຫວຽດນາມ ຕ້ອງເປັນເຈົ້າການ ສົມທົບກັບຄູ່ຮ່ວມມືເອຢິບ ແລະ ອັງໂກລາ ເພື່ອກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມືດ້ານເສດຖະກິດ, ສືບຕໍ່ເປີດປະຕູໃຫ້ກວ້າງກວ່າເກົ່າແກ່ສິນຄ້າ, ຜະລິດຕະພັນກະເສດຂອງກັນ, ມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າສອງຝ່າຍ ໃຫ້ບັນລຸລະດັບ 1 ຕື້ USD ກັບແຕ່ລະປະເທດ ແລະ ລົງນາມໃນສັນຍາ FTA ຫຼືຂໍ້ຕົກລົງການຄ້າສອງຝ່າຍກັບ ເອຢິບ ໃນໄລຍະຈະມາເຖິງ.

ນັກຂ່າວ: ຂໍຂອບໃຈ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ!

ໂດຍ: ທູຈາງ