ຫວຽດນາມ - ຕວກກີ ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
ກປ.ອອນໄລ - ເນື່ອງໃນໂອກາດຢ້ຽມຢາມຕວກກີ ແລະເຂົ້າຮ່ວມງານວາງສະແດງອຸດສາຫະກໍາປ້ອງກັນຊາດສາກົນ (IDEF) 2025, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Haluk Gorgun, ປະທານອົງການອຸດສາຫະກໍາປ້ອງກັນຊາດ ຕວກກີ (SSB).
ຕີລາຄາສູງຄວາມເປັນມືອາຊີບຂອງ SSB ໃນການຈັດຕັ້ງ IDEF ປີນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ເອົາໃຈໃສ່ເຖິງການຮ່ວມມືສາກົນໃນຂົງເຂດອຸດສາຫະກຳປ້ອງກັນປະເທດ; ພ້ອມທັງຢືນຢັນວ່າ ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພື່ອເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືສາກົນໃນຂົງເຂດອຸດສາຫະກຳປ້ອງກັນຊາດ ຕາມຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍຂອງຫວຽດນາມ ແລະບັນດາຄຳໝັ້ນສັນຍາສາກົນ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະກັບ ທ່ານ Haluk Gorgun, ປະທານອົງການອຸດສາຫະກໍາປ້ອງກັນຊາດ ຕວກກີ. ພາບ: ກ່ຽວຈິງ. |
ສ່ວນທ່ານ Haluk Gorgun ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະ, ຢືນຢັນວ່າການຮ່ວມມືກັບຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍມຸ່ງໄປເຖິງອາຊີຂອງຕວກກີ ແລະເນັ້ນໜັກວ່າ ດ້ວຍບົດບາດ, ທີ່ຕັ້ງຂອງ SSB ຂຶ້ນກັບປະທານາທິບໍດີ ຕວກກີ ກໍ່ຄື ດ້ວຍກໍາລັງຄວາມສາມາດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕວກກີ ພ້ອມທີ່ຈະຮ່ວມມືກັບຫວຽດນາມ, ສອດຄ່ອງກັບການພົວພັນດ້ານການເມືອງ ແລະຜົນປະໂຫຍດຂອງສອງປະເທດ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈ ທ່ານ Haluk Gorgun ທີ່ໄດ້ສົ່ງຜູ້ຕາງໜ້າ SSB ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ສອງຄັ້ງ ໃນປີ 2022 ແລະ 2024, ພ້ອມທັງຊົມເຊີຍບັນດາວິສາຫະກິດ ແລະຮາກຖານອຸດສາຫະກຳປ້ອງກັນຊາດ ຕວກກີ ສືບຕໍ່ເຂົ້າຮ່ວມວາງສະແດງຜະລິດຕະພັນ ຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄາດວ່າຈະຈັດຂຶ້ນໃນທ້າຍປີ 2026. ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງການພັດທະນາຂອງຂະແໜງອຸດສາຫະກຳປ້ອງກັນຊາດຕວກກີ, ສະເໜີສອງຝ່າຍ ສືບຕໍ່ຊຸກຍູ້ການແລກປ່ຽນ ແລະຊອກຄົ້ນຄວາມສາມາດ ຮ່ວມມື, ສອດຄ່ອງກັບຄວາມສາມາດຂອງແຕ່ລະຝ່າຍ.
ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມອບຈົດໝາຍຂອງທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ເຊື້ອເຊີນທ່ານ Haluk Gorgun ມາຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງ.
ໂດຍ: ໄຊຊະນະ