ແຂວງດ້ຽນບຽນ ແບ່ງປັນບົດຮຽນການເຄື່ອນໄຫວອຳນາດການປົກຄອງຂັ້ນຕາແສງ ກັບແຂວງຫຼວງພະບາງ
ກປ.ອອນໄລ - ແຂວງດ້ຽນບຽນ ແບ່ງປັນບົດຮຽນການເຄື່ອນໄຫວອຳນາດການປົກຄອງຂັ້ນຕາແສງ ກັບແຂວງຫຼວງພະບາງ (ລາວ), ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ວັນທີ 5 ສິງຫາ, ຄະນະຜູ້ແທນແຂວງຫຼວງພະບາງ ນໍາໂດຍທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບແຂວງດ້ຽນບຽນ ກ່ຽວກັບບົດຮຽນໃນການສ້າງຕັ້ງຕາແສງໃໝ່, ກົງຈັກການຈັດຕັ້ງພັກ, ອຳນາດການປົກຄອງຂັ້ນຕາແສງ.
    |
 |
ທ່ານ ເຈິ່ນຕ໊ຽນຢຸງ ຮອງເລຂາພັກແຂວງດ້ຽນບຽນ ມອບຂອງທີ່ລະນຶກໃຫ້ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ເຮັດວຽກ, ທ່ານ ເຈິ່ນຕ໊ຽນຢຸງ ຮອງເລຂາພັກແຂວງດ້ຽນບຽນ ຢັ້ງຢືນວ່າ, ການຢ້ຽມຢາມ ແລະເຮັດວຽກຂອງຄະນະ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງແຂວງ ດ້ຽນບຽນ ແລະຫຼວງພະບາງ; ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ.
ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການກໍ່ສ້າງພັກ ແລະລະບົບການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຄື່ອນໄຫວຍຸຕິທຳ; ຍູ້ໄວຄວາມຄືບໜ້າກະກຽມບັນດາລະບຽບການຕາມຂໍ້ກຳນົດເພື່ອຍົກລະດັບຄູ່ດ່ານຊາຍແດນ ຫ້ວຍປ໊ວກ (ຫວຽດນາມ) - ນາຊອນ (ລາວ) ກາຍເປັນດ່ານຊາຍແດນສາກົນຕາມແຜນຜັງ; ສືບຕໍ່ແລກປ່ຽນບົດຮຽນ ແລະສົມທົບກັນຢ່າງມີປະສິດທິຜົນໃນຂົງເຂດພັດທະນາການທ່ອງທ່ຽວ…
ເນື່ອງໃນໂອກາດນີ້, ແຂວງດ້ຽນບຽນ ໄດ້ເຊີນຄະນະຜູ້ແທນ ແລະກອງສິລະປະກອນແຂວງຫຼວງພະບາງ ເຂົ້າຮ່ວມບັນດາກິດຈະກຳຢູ່ Festival ສິ່ງຍອດສິ່ງຂອງໄຕບັ໊ກ - ດ້ຽນບຽນ ປີ 2025 ເຊິ່ງຈະຈັດຂຶ້ນແຕ່ວັນທີ 29-31 ສິງຫາ 2025.
ໂດຍ: ເຈິ່ນຮວ່ຽນ