ທີ່ການຕ້ອນຮັບ, ທ່ານເລຂາພັກແຂວງແທງຮວ໊າ ຫງວຽນຢວານແອງ ເນັ້ນໜັກເຖິງບົດບາດ ແລະຄວາມໝາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ ແລະສອງລັດ ຫວຽດນາມ-ລາວ ແລະສອງແຂວງແທງຮວ໊າ ແລະຫົວພັນ ໃນຫຼາຍປີຜ່ານມາ.

ພິເສດ, ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ແຂວງແທງຮວ໊າ ແລະຫົວພັນ, ປະເທດເພື່ອນລາວ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດການສຶກສາ ແລະບຳລຸງສ້າງ. ບັນດາທ້ອງຖິ່ນເຂດຊາຍແດນລະຫວ່າງແຂວງແທງຮວ໊າ ແລະແຂວງຫົວພັນ ກໍ່ໄດ້ໜູນຊ່ວຍເຊິ່ງກັນ ແລະກັນ ຢ່າງມີປະສິດທິຜົນໃນການພັດທະນາເສດຖະກິດ ແລະພົບປະແລກປ່ຽນວັດທະນະທຳ. ໝາກຜົນດັ່ງກ່າວໄດ້ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ແລະສອງແຂວງຕື່ມອີກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baothanhhoa.vn

ທ່ານ ຫງວຽນຢວານແອງ ກໍ່ໄດ້ແຈ້ງໃຫ້ທ່ານນາງ  ຄຳເພົາ ເອີນທະວັນ ພ້້ອມກັບຄະນະປະຕິບັດງຮັບຊາບກ່ຽວກັບແຜນນະໂຍບາຍຈັດສັນ, ສັບຊ້ອນກົງຈັກອໍານາດການປົກຄອງໃຫ້ກະທັດຮັດຂອງພັກ ແລະລັດຫວຽດນາມ; ໝາກຜົນແຫ່ງການປະຕິບັດແຜນນະໂຍບາຍນີ້ຢູ່ແຂວງແທງຮວ໊າ.

ທ່ານ ຫງວຽນຢວານແອງ ຂອບໃຈທ່ານນາງເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນ ແລະຊ່ວຍເຫຼືອອໍານາດການປົກຄອງ ແລະປະຊາຊົນແຂວງແທງຮວ໊າ ໃນບັນດາການເຄື່ອນໄຫວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.

ຕາງໜ້າໃຫ້ຄະນະ, ທ່ານນາງເອກອັກຄະລັດຖະທູດ  ຄຳເພົາ ເອີນທະວັນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ເວົ້າລວມ ແລະແຂວງແທງຮວ໊າ ເວົ້າສະເພາະ.

ທ່ານນາງເອກອັກຄະລັດຖະທູດ ໄດ້ຂອບໃຈຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອຢ່າງຈິງໃຈຂອງທ່ານເລຂາພັກແຂວງ ຫງວຽນຢວານແອງ ແລະປະຊາຊົນແຂວງແທງຮວ໊າ ສຳລັບແຂວງຫົວພັນ. ການຮ່ວມມືຮອບດ້ານ ແລະການຊ່ວຍເຫຼືອຂອງແຂວງແທງຮວ໊າ ຕໍ່ແຂວງຫົວພັນ ໄດ້ຮັດແໜ້ນນໍ້າໃຈສາມັກຄີ, ສະໜິດຕິດພັນສັດຊື່ລະຫວ່າງສອງແຂວງ ແລະສອງປະເທດ ຫວຽດນາມ-ລາວ.

ທ່ານນາງເອກອັກຄະລັດຖະທູດ ສະແດງປາດຖະໜາວ່າ ສືບຕໍ່ສືບທອດມູນເຊື້ອສາມັກຄີ, ມິດຕະພາບສອງຊາດ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໃນໄລຍະຈະມາເຖິງ, ແຂວງແທງຮວ໊າ ແລະແຂວງຫົວພັນ ຈະສືບຕໍ່ຍູ້ແຮງການຮ່ວມມື, ພົບປະແລກປ່ຽນ ແລະແບ່ງປັນບົດຮຽນໃນທຸກຂົງເຂດເພື່ອໃຫ້ສອງແຂວງຫົວພັນ-ແທງຮວ໊າ ນັບມື້ນັບພັດທະນາກວ່າອີກ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຢວານແອງ ແລະທ່ານນາງ ຄຳເພົາ ເອີນທະວັນ ໄດ້ມອບຂອງຂວັນເປັນທີ່ລະນຶກທີ່ມີຄວາມໝາຍໃຫ້ກັນ.

ໂດຍ: ທະນາພອນ