    |
 |
ເອື້ອຍ ຫງວຽນທິທູຮວ່ຽນ ຊາວຫວຽດນາມ ອາໄສຢູ່ລາວ ເຊື່ອໝັ້້ນຕໍ່ການຕັດສິນໃຈປ່ຽນແປງໃໝ່ຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ແບ່ງປັນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ, ເອື້ອຍ ຫງວຽນທິທູຮວ່ຽນ ຊາວຫວຽດນາມ ພວມດໍາລົງຊີວິດ ແລະເຮັດວຽກຢູ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ, ໂດຍແມ່ນຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ລາວ, ຍາມໃດ ເອື້ອຍກໍ່ໄດ້ຕິດຕາມການພັດທະນາຂອງ ບ້ານເກີດເມືອງນອນ. ເອື້ອຍ ຮູ້ສຶກວ່າ ຫວຽດນາມ ນັບມື້ນັບປ່ຽນແປງໃໝ່ຢ່າງຮອບດ້ານ, ນັບແຕ່ດ້ານເສດຖະກິດ, ສັງຄົມ, ພື້ນຖານໂຄງລ່າງຕະຫຼອດຮອດຊີວິດທາງດ້ານວັດທະນະທໍາ, ຈິດໃຈ. ແຕ່ລະກິດຈະກຳໃໝ່, ແຕ່ລະນະໂຍບາຍປະຕິຮູບລ້ວນແຕ່ສະແດງໃຫ້ເຫັນເຈດຈໍານົງ ແລະຄວາມຄາດຫວັງບືນຕົວຂຶ້ນຂອງຊາດຢ່າງແຂງແຮງ.
ເອື້ອຍແບ່ງປັນຄວາມປິຕິຊົມຊື່ນ, ມີຄວາມເອກອ້າງທະນົງໃຈເມື່ອຫວຽດນາມ ພວມປະຕິບັດຫຼາຍແຜນນະໂຍບາຍປ່ຽນແປງໃໝ່ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງ, ຄຽງຄູ່ກັບປະເທດມະຫາອໍານາດຫ້າທະວີບ ແລະມຸ່ງໄປເຖິງສັງກາດພັດທະນາໃໝ່. ຕາມເອື້ອຍແລ້ວ, ການປັບປຸງ, ການໂຮມເຂດແດນບໍລິຫານເຂົ້າກັນແມ່ນເພື່ອເຮັດໃຫ້ກົງຈັກອໍານາດການປົກຄອງກະທັດຮັດຈາກສາມຂັ້ນຍັງເຫຼືອສອງຂັ້ນນັ້ນແມ່ນບາດກ້າວທີ່ສອດຄ່ອງ ແລະຈໍາເປັນໃນສະພາບການປະເທດບັນລຸໄດ້ຜົນງານຫຼາຍຢ່າງ ພາຍຫຼັງເກືອບ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ, ພ້ອມທັງຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຮູບແບບການບໍລິຫານຄຸ້ມຄອງ ເພື່ອຕອບສະໜອງຄວາມຕ້ອງການ ພັດທະນາໃຫ້ດີກວ່າ.
ເອື້ອຍ ຮວ່ຽນ ແບ່ງປັນວ່າ, ເລື່ອງໂຮມການຈັດຕັ້ງເຂົ້າກັນນີ້ບໍ່ພຽງແຕ່ຊ່ວຍຫຼຸດຂັ້ນເຄິ່ງກາງ, ປະຢັດງົບປະມານເທົ່ານັ້ນ ຫາກຍັງສ້າງເງື່ອນໄຂຊຸກຍູ້ເສດຖະກິດ-ສັງຄົມ ໃຫ້ພັດທະນາຢ່າງແຂງແຮງ, ຍືນຍົງກວ່າ. ເອື້ອຍ ຍິ່ງມີຄວາມເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນຂອງປະເທດ, ສົມເປັນຊາດສາມັກຄີ ແລະວິລະຊົນໃນທຸກຍຸກສະໄໝ.
    |
 |
ອ້າຍ ຫງວຽນຊວນຮ່າ ຊາວຫວຽດນາມ ອາໄສຢູ່ລາວມີຄວາມເຊື່ອໝ້ັນຕໍ່ນ້ຳໃຈສາມັກຄີ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຕັດສິນໃຈປ່ຽນແປງໃໝ່ຈະນໍາປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ເຕັມໄປດ້ວຍແງ່ຫວັງ. ພາບ: ສໍານັກຂ່າວສານຫວຽດນາມ |
ໂດຍແມ່ນຜູ້ທີ່ດໍາລົງຊີວິດ ແລະເຮັດວຽກຢູ່ລາວ ມາຮອດປະຈຸບັນແມ່ນໄດ້ 33 ປີແລ້ວ, ອ້າຍ ຫງວຽນຊວນຮ່າ ຢູ່ນະຄອນຫຼວງວຽງຈັນ ສະແດງຄວາມເຊື່ອໝັ້ນອັນເລິກເຊິ່ງຕໍ່ບ້ານເກີດເມືອງນອນ. ເຖິງວ່າຢູ່ຕ່າງປະເທດກໍ່ຕາມ ແຕ່ຍາມໃດ ອ້າຍກໍ່ຕິດຕາມຂໍ້ມູນດ້ວຍອາລົມຈິດທີ່ດູດດື່ມ ແລະນິຍົມນັບຖືຕໍ່ຈິດໃຈ ປ່ຽນແປງໃໝ່, ເດັດດ່ຽວຂ້ຽວຂາດໃນກິດຈະການປະຕິຮູບ, ພິເສດແມ່ນນະໂຍບາຍຍົກສູງປະສິດທິຜົນການຄຸ້ມຄອງ ແລະສ້າງຄວາມສະດວກໃຫ້ປະຊາຊົນ, ວິສາຫະກິດ.
ຕາມອ້າຍ ຮ່າ ແລ້ວ, ແຜນນະໂຍບາຍໂຮມຫົວໜ່ວຍບໍລິຫານເຂົ້າກັນໄດ້ສະແດງໃຫ້ເຫັນວິໄສທັດໄລຍະຍາວຂອງພັກ ແລະລັດ, ຊ່ວຍຫຼຸດຂັ້ນເຄິ່ງກາງລົງ, ປະຢັດແຫຼ່ງກໍາລັງ ແລະຍົກສູງກຳລັງຄວາມສາມາດໃນການບໍລິຫານ; ພ້ອມດຽວກັນນັ້ນ ອ້າຍກໍ່ມີຄວາມເອກອ້າງທະນົງໃຈທີ່ສຸດເມື່ອປະເທດນັບມື້ນັບຮັ່ງມີເຂັ້ມແຂງ, ເຊື່ອມໂຍງເຂົ້າກັບພາກພຶ້ນ ແລະໂລກຢ່າງເລິກເຊິ່ງ ກວ້າງຂວາງ. ອ້າຍ ຮ່າ ເຊື່ອໝັ້ນວ່າ ດ້ວຍນ້ຳໃຈສາມັກຄີ, ເຈດຈໍານົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຕັດສິນປ່ຽນແປງໃໝ່ຈະນໍາປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ເຕັມໄປດ້ວຍແງ່ຫວັງ.
ໃນຊຸມມື້ຫວ່າງແລ້ວນີ້, ທ່ານນາງ ຫງວຽນທິລານ ຊາວຫວຽດນາມ ອາໄສຢູ່ລາວ ກໍ່ສະແດງຄວາມປິຕິຊົມຊື່ນ ແລະພາກພູມໃຈເມື່ອເຫັນບ້ານເກີດເມືອງນອນຂອງຕົນນັບມື້ນັບພັດທະນາຢ່າງແຂງແຮງ, ຢັ້ງຢືນຖານະບົດບາດຂອງຊາດຢູ່ເວທີສາກົນ, ໄດ້ຮັບຄວາມສົນໃຈ ແລະນັບຖືຈາກຫຼາຍປະເທດພັດທະນາ.
ທ່ານນາງ ຖືວ່າ ການນໍາພັກ, ລັດ ແລະລັດຖະບານຫວຽດນາມ ພວມຕັດສິນໃຈຜັນຂະຫຍາຍຫຼາຍນະໂຍບາຍ, ແຜນນະໂຍບາຍ ປ່ຽນແປງໃໝ່ທ່ີມີລັກສະນະຍຸກສະໄໝ, ບຸກທະລຸ, ທັນການ, ຮູ້ສຶກໄວ ແລະສອດຄ່ອງກັບ ວິວັດການເຊື່ອມໂຍງ ເພື່ອໃຫ້ຄຽງຄູ່ກັບບັນດາປະເທດມະຫາອໍານາດໃນໂລກ.
ທ່ານນາງ ລານ ສະແດງການສະໜັບສະໜູນແຜນນະໂຍບາຍໂຮມແຂວງ, ນະຄອນ ເຂົ້າກັນ, ກະທັດຮັດກົງຈັກຄຸ້ມຄອງບໍລິຫານ. ນີ້ແມ່ນບາດລ້ຽວສໍາຄັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນຂະບວນການພັດທະນາຢ່າງແຂງແຮງຂອງຫວຽດນາມ ໃນປະຈຸບັນ ແລະອະນາຄົດ.
ການແບ່ງປັນຂອງຊາວຫວຽດນາມ ອາໄສຢູ່ລາວ ໄດ້ສະແດງໃຫ້ເຫັນຈິດໃຈ, ຄວາມເຊື່ອຕໍ່ອະນາຄົດຂອງປະເທດ. ຍ້ອນຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີຂອງທັງຊາດນັ້ນເອງ, ເຖິງວ່າຢູ່ພາຍໃນປະເທດຫຼືຕ່າງປະເທດກໍ່ລ້ວນແຕ່ແມ່ນແຫຼ່ງກໍາລັງແຮງອັນລໍ້າຄ່າ ເພື່ອໃຫ້ຫວຽດນາມ ສືບຕໍ່ບຸກທະລຸ, ຫັນເປົ້າໝາຍພັດທະນາໄວ, ຍືນຍົງ, ຄວາມຮຸ່ງເຮືອງສີວິໄລ ແລະຄວາມຜາສຸກໃຫ້ປະກົດຜົນເປັນຈິງ.
ໂດຍ: ໄຊນີດາ