leftcenterrightdel
ບັນດາສຳມະນາກອນເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: vov.vn

ຊຸດຝຶກອົບຮົມດັ່ງກ່າວໄດ້ດຳເນີນຮອດວັນທີ 15 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງສຳມະນາກອນ 50 ຄົນ ທີ່ມາຈາກສາມປະເທດ. ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານນາງ ສີໄສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຊຸດຝຶກອົບຮົມ, ນັ້ນແມ່ນການສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຂອງການນຳຂັ້ນສູງສາມພັກ ລາວ-ຫວຽດນາມ-ກໍາປູເຈຍ; ເຊິ່ງເປັນມູນເຊື້ອອັນດີງາມ, ຊັບສົມບັດອັນລ້ຳຄ່າທີ່ເຂັ້ມຂຸ້ນໄປດ້ວຍຄວາມເປັນເອກະລັກຂອງສາມພັກ. ໃນຊຸດຝຶກອົບຮົບ, ບັນດາສຳມະນາກອນຈະແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະພັກ, ແຕ່ລະປະເທດ ແລະພ້ອມກັນຫວນຄືນມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສາມພັກ ແລະປະຊາຊົນສາມປະເທດ; ແບ່ງປັນບົດຮຽນປະສົບການສ້າງສາປະເທດຂອງແຕ່ລະພັກ, ແຕ່ລະປະເທດໃນປັດຈຸບັນ.

ບັນດາສຳມະນາກອນ ຈະໄດ້ລົງເລິກປຶກສາຫາລືບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງສາມປະເທດ; ຍຸດທະສາດພັດທະນາເສດຖະກິດ-ການຄ້າຂອງສາມປະເທດໃນສະພາບການເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ; ການຮ່ວມມືດ້ານການທ່ອງທ່ຽວ ແລະວັດທະນະທຳ 3 ປະເທດ... ນອກຈາກການປຶກສາຫາລືຕາມຫົວຂໍ້ແລ້ວ, ບັນດາສຳມະນາກອນກໍຈະໄດ້ໄປທັດສະນະສຶກສາ ແລະຢ້ຽມຊົມບາງເຂດອະນຸສອນສະຖານ, ຮາກຖານການຜະລິດທີ່ສຳຄັນຢູ່ນະຄອນຫຼວງວຽງຈັນ ແລະແຂວງວຽງຈັນ.

ແຫຼ່ງຄັດຈາກ: vovworld.vn