leftcenterrightdel
ລາຍການສະແດງສິລະປະຂອງນັກຮຽນລາວ ຢູ່ແຂວງດົ່ງນາຍ. ພາບ: ຮ່ຽນເວືອງ

ງານມະໂຫລານປີນີ້ເຕົ້າໂຮມນັກສະແດງເກືອບ 300 ຄົນ ທີ່ມາຈາກ 30 ສະມາຄົມມິດຕະພາບຫວຽດນາມ-ລາວ ໃນບໍລິເວນແຂວງ. ບັນດາຫົວໜ່ວຍໄດ້ເອົາມາໃຫ້ 37 ລາຍການສິລະປະສະແດງວັດທະນະທໍາທີ່ເປັນມູນເຊື້ອ ແລະຈິດໃຈສາມັກຄີ, ມິດຕະພາບລະຫວ່າງສອງຊາດຫວຽດນາມ-ລາວ.

ເປັນໜ້າເອົາໃຈໃສ່, ລາຍການມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກຮຽນລາວ ພວມຮໍ່າຮຽນຢູ່ແຂວງດົ່ງນາຍ, ປະກອບສ່ວນສ້າງນໍ້າໃຈມິດຕະພາບ. ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງ ໄດ້ມອບຂອງຂວັນຫຼາຍພູດໃຫ້ພວກນ້ອງນັກຮຽນ.

ໃນຊຸມປີຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງດ່ົງນາຍ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວແທດຈິງ, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ.

ໂດຍ: ໄຊນີດາ