ທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານຫວຽດນາມ, ຫົວໜ້າຄະນະ ແລະທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານລາວ ເປັນປະທານຮ່ວມພິທີດັ່ງກ່າວ. ໃນບັນຍາກາດອັນເຄັ່ງຂຶມ, ຄະນະປະຕິບັດງານພິເສດລັດຖະບານສອງປະເທດຫວຽດນາມ-ລາວ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ບັນດານັກຮົບວິລະຊົນທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດ ເພື່ອເອກະລາດ, ອິດສະຫຼະພາບຂອງສອງຊາດຫວຽດນາມ-ລາວ.

leftcenterrightdel
ຜູ້ແທນຫວຽດນາມ ແລະລາວ ຕັດແຖບຜ້າເປີດການນໍາໃຊ້ ແລະມອບ-ຮັບອະນຸສາວະລີ “ນໍ້າໃຈສາມັກຄີຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ”. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນໂທ ຫວໍມິງເລືອງ ເນັ້ນໜັກວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍພິເສດ, ສະແດງໃຫ້ເຫັນອາລົມຈິດອັນສະໜິດສະໜົມ, ສັດຊື່ບໍລິສຸດລະຫວ່າງສອງປະເທດຫວຽດນາມ-ລາວ. ພ້ອມທັງ, ນີ້ກໍ່ແມ່ນສັນຍາລັກວັດທະນະທຳ-ປະຫວັດສາດ ທີ່ມີຄຸນຄ່າດ້ານການສຶກສາອັນເລິກເຊິ່ງກວ້າງຂວາງແກ່ຄົນລຸ້ນປະຈຸບັນ ແລະໃນອະນາຄົດໃຫ້ມີຄວາມເຂົ້າໃຈກວ່າກ່ຽວກັບນ້ຳໃຈມິດຕະພາບ, ຄວາມສາມັກຄີຮ່ວມສໍາພັນສູ້ຮົບຂອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ກໍຄືສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ.

leftcenterrightdel
ທ່ານພົນໂທ ຫວໍມິງເລືອງ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ທອງລອຍ ສີລິວົງ ຢືນຢັນວ່າ: ໂຄງການສ້ອມແປງ, ຍົກລະດັບ ແລະເປີດກວ້າງບໍລິເວນອະນຸສາວະລີ “ນໍ້າໃຈສາມັກຄີຮ່ວມສໍາພັນສູ້ຮົບ ຫວຽດນາມ-ລາວ” ຢູ່ແຂວງຈຳປາສັກ ແມ່ນໂຄງການມີຄວາມໝາຍປະຫວັດສາດສໍາຄັນ, ແມ່ນຂອງຂວັນພິເສດ ແລະລ້ຳຄ່າທີ່ຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ໄດ້ມອບໃຫ້ຄະນະປະຕິບັດງານພິເສດລັດຖະບານລາວ. ຕາງໜ້າຄະນະປະຕິບັດງານພິເສດລັດຖະບານລາວ, ທ່ານພົນໂທ ທອງລອຍ ສີລິວົງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ໃຫ້ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ແລະທັນການໃຫ້ແກ່ພັກ, ລັດ, ກອງທັບ ແລະປະຊາຊົນລາວ. ທ່ານພົນໂທ ທອງລອຍ ສີລິວົງ ຍັງຂອບໃຈອຳນາດການປົກຄອງທ້ອງຖິ່ນ, ບັນດາກົມກອງຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກ, ເຂົ້າຮ່ວມກໍ່ສ້າງໂຄງການໃຫ້ສຳເລັດຖືກກັບຄວາມຄືບໜ້າ.

leftcenterrightdel
ທ່ານພົນໂທ ທອງລອຍ ສີລິວົງ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ໄດ້ມອບຂອງຂວັນໃຫ້ແກ່ຄະນະຄຸ້ມຄອງອະນຸສາວະລີ ແລະກົມກອງ, ບໍລິສັດທີ່ກ່ຽວຂ້ອງຈຳນວນໜຶ່ງ.

ໂຄງການສ້ອມແປງ, ຍົກລະດັບ ແລະເປີດກວ້າງບໍລິເວນອະນຸສາວະລີ “ນໍ້າໃຈສາມັກຄີຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ” ຢູ່ແຂວງຈຳປາສັກ, ພາກໃຕ້ຂອງລາວ ໂດຍຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ມອບໃຫ້ຄະນະປະຕິບັດງານພິເສດລັດຖະບານລາວ ດ້ວຍມູນຄ່າທັງໝົດ 54 ຕື້ດົ່ງ. ໂຄງການດັ່ງກ່າວ ໂດຍຄະນະປະຕິບັດງານພິເສດລັດຖະບານລາວ ເປັນເຈົ້າຂອງການລົງທຶນ ແລະບໍລິສັດ 206, ຂຶ້ນກັບທະຫານເຂດ 5, ກະຊວງປ້ອງກັນປະເທດຫວຽດນາມ ເປັນກົມກອງລົງມືກໍ່ສ້າງ.

ໂດຍ: ທູຈາງ