ເປີດຊຸດຝຶກອົບຮົມວຽກງານກໍ່ສ້າງຮາກຖານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນບ່າຍວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ກົມຂົນຂວາຍປະຊາຊົນ ໄດ້ສົມທົບກັບກອງ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຈັດຕັ້ງພິທີເປີດຊຸດຝຶກອົບຮົມວຽກງານກໍ່ສ້າງຮາກຖານ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2025.
    |
 |
ທ່ານພັນເອກພິເສດ ຫວູແທັ່ງມີງ, ຮອງຫົວໜ້າກົມຂົນຂວາຍປະຊາຊົນ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກ່າວຄຳເຫັນໄຂ. ພາບ: ເຈິ່ນຮວ່ຽນ |
ກ່າວຄຳເຫັນໄຂ, ທ່ານພັນເອກພິເສດ ຫວູແທັ່ງມີງ, ຮອງຫົວໜ້າກົມຂົນຂວາຍປະຊາຊົນ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ ຕາມລາຍການແລ້ວ, ພະນັກງານກອງທັບປະຊາຊົນລາວ ຈະໄດ້ຄົ້ນຄວ້າ 8 ຫົວເລື່ອງສະເພາະກ່ຽວກັບວຽກງານຂົນຂວາຍປະຊາຊົນ, ວຽກງານໂຄສະນາອົບຮົມພິເສດ; ໄປຢ້ຽມຢາມ, ແລກປ່ຽນບົດຮຽນໃນວຽກງານຂົນຂວາຍປະຊາຊົນຢູ່ບາງກົມກອງກອງທັບປະຊາຊົນຫວຽດນາມ; ໄປຢ້ຽມຢາມທັດສະນິຍະພາບຂອງຫວຽດນາມ, ຊ່ວຍໃຫ້ພວກເພື່ອນເຂົ້າໃຈກ່ຽວກັບປະເທດ, ວັດທະນະທໍາ ແລະຊາວຫວຽດນາມ, ຜ່ານນັ້ນສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອມິດຕະພາບ, ອາລົມຈິດສະໜິດຕິດພັນ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບ ຫວຽດນາມ-ລາວ...
    |
 |
ທ່ານພັນເອກ ວຽງໄຊ ສຸລິວົງ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈໍາ ຫວຽດນາມ ກ່າວຄຳເຫັນ. ພາບ: ເຈິ່ນຮວ່ຽນ |
ກ່າວຄຳເຫັນທີ່ພິທີເປີດ, ທ່ານພັນເອກ ວຽງໄຊ ສຸລິວົງ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການຕ້ອນຮັບຢ່າງຈິງໃຈຂອງກົມຂົນຂວາຍປະຊາຊົນ ແລະກອງ 871; ພ້ອມທັງຫວັງວ່າ ບັນດານັກສໍາມະນາກອນຊຸດຝຶກອົບຮົມຈະໄດ້ຮັບປະສົບການ ແລະຄວາມຮູ້ເປັນປະໂຫຍດຫຼາຍດ້ານ ເພື່ອຮັບໃຊ້ວຽກງານຂົນຂວາຍປະຊາຊົນເພື່ອໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະມີປະສິດທິຜົນໃນການປະຕິບັດໜ້າທີ່ວິຊາການ, ວິຊາສະເພາະຂອງກົມກໍ່ສ້າງຮາກຖານ, ປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.
    |
 |
ທ່ານພັນເອກ ຄອນວິໄລ ທຳມະວົງສາ, ຮອງຫົວໜ້າກົມກໍ່ສ້າງຮາກຖານ, ຫົວໜ້າຄະນະພະນັກງານກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ກ່າວຄຳເຫັນ. ພາບ: ເຈິ່ນຮວ່ຽນ |
ສ່ວນທ່ານພັນເອກ ຄອນວິໄລ ທຳມະວົງສາ, ຮອງຫົວໜ້າກົມກໍ່ສ້າງຮາກຖານ, ຫົວໜ້າຄະນະພະນັກງານກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ສະແດງຄວາມປາດຖະໜາຢາກໄດ້ຖອດຖອນບົດຮຽນຂອງຫວຽດນາມ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວິຊາສະເພາະຂອງກົມກໍ່ສ້າງຮາກຖານ ກໍ່ຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງກອງທັບປະຊາຊົນລາວ. ທ່ານພັນເອກ ຄອນວິໄລ ທຳມະວົງສາ ໃຫ້ຄຳໝັ້ນສັນຍາວ່າ ບັນດາພະນັກງານລາວ ຈະຕັ້ງໜ້າຮໍ່າຮຽນ, ຄົ້ນຄວ້າ, ພ້ອມກັນສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດຂໍ້ກໍານົດກ່ຽວກັບການຮໍ່າຮຽນ ແລະການດໍາເນີນຊີວິດຊຸດຝຶກອົບຮົມຢ່າງເຂັ້ມງວດ.
ໂດຍ: ເຈິ່ນຮວ່ຽນ