leftcenterrightdel
ຄະນະຊາວໜຸ່ມຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານ ມອນໄຊ ລາວມົວຊົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ພາບ: nhandan.vn

ທີ່ລາຍການ, ບັນດາຜູ້ແທນຊາວໜຸ່ມເຍົາວະຊົນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວ, ຄື: ເຂົ້າຢ້ຽມຂໍ່ານັບການນໍາສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເຈລະຈາກັບຜູ້ປະຈໍາການສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫະສະມາຄົມຊາວໜຸ່ມລາວ; ເຮັດວຽກກັບສະມາຄົມນັກທຸລະກິດໜຸ່ມລາວ.

ຄະນະຜູ້ແທນພົບປະກັບການນໍາພັກ, ລັດລາວ; ຢ້ຽມຢາມ ແລະເຮັດວຽກຢູ່ເມືອງວັງວຽງ (ແຂວງວຽງຈັນ), ເຂົ້າຢ້ຽມຂໍ່ານັບເຈົ້າແຂວງໆວຽງຈັນ; ພົບປະແລກປ່ຽນກັບຄະນະຊາວໜຸ່ມ ເຍົາວະຊົນລາວ ຢູ່ນະຄອນຫຼວງວຽງຈັນ ແລະແຂວງວຽງຈັນ.

ນອກຈາກນັ້ນ, ຄະນະຜູ້ແທນກໍ່ຢ້ຽມຢາມ, ພົບປະແລກປ່ຽນ, ມອບຂອງຂວັນຢູ່ຫ້ອງຮຽນພາສາຫວຽດ ຂອງເຍົາວະຊົນຫວຽດນາມ ຢູ່ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ (ວຽງຈັນ); ຢ້ຽມຢາມສະຖານທູດຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະພົບປະກັບຜູ້ຕາງໜ້າຄະນະພະນັກງານຊາວໜຸ່ມຢູ່ລາວ.

ໃນການເຮັດວຽກວັນທີ 7 ກໍລະກົດ ຜ່ານມາ, ກັບທ່ານ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ທ່ານ ຫງວຽນເຕື່ອງເລິມ ເລຂາທິການສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ, ຫົວໜ້າຄະນະຜູ້ແທນ ຢືນຢັນວ່າ: ລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມເຍົາວະຊົນຫວຽດນາມ-ລາວ ປີ 2025 ມີຄວາມໝາຍສໍາຄັນຍິ່ງໃນການປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນ, ຊາວໜຸ່ມສອງປະເທດ.

leftcenterrightdel
 
leftcenterrightdel
ຄະນະຜູ້ແທນຫວຽດນາມ ຢ້ຽມຢາມບັນດາ “ສະຖານທີ່ແດງ” ຢູ່ລາວ. ພາບ: nhandan.vn

ຕາມທ່ານ ຫງວຽນເຕື່ອງເລິມ ແລ້ວ, ເນື່ອງໃນໂອກາດນີ້, ດ້ວຍອາລົມຈິດທີ່ຈິງໃຈ ແລະສະໜິດຕິດພັນ, ຄະນະປະຕິບັດງານຊາວໜຸ່ມອົງການຄະນະສູນກາງແນວໂຮມປະເທດຊາດຫວຽດນາມ ແລະສະມາຄົມເພື່ອນຮ່ວມງານສູນກາງໄດ້ປຸກລະດົມແຫຼ່ງກໍາລັງສັງຄົມມອບໃຫ້ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຂອງຂວັນ, ລວມມີຈັກປິ່ນສີ, ຄອມພິວເຕີ, ຊຸດກອງ, ແພຄ້ອງຄໍແດງ, ພ້ອມຮູບພາບຂອງເຍົາວະຊົນຫວຽດນາມ ເຂົ້າຮ່ວມການແຂ່ງຂັນພາບແຕ້ມ “ເຍົາວະຊົນຫວຽດນາມ-ລາວ, ສີສັນມິດຕະພາບ”.

ໂດຍ: ໄຊນີດາ