leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ. ພາບ: baochinhphu.vn

ທີ່ການພົບປະ, ສອງຝ່າຍສະແດງຄວາມປິຕິຊົມຊື່ນເຫັນວ່າ ການພົວພັນຮ່ວມມື ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແຂງແຮງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ແທດຈິງໃນທຸກຂົງເຂດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ສືບຕໍ່ໄດ້ເພີ່ມທະວີຜ່ານການຮັກສາການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈໍາ ກໍ່ຄືໃນຂອບເຂດກົນໄກຮ່ວມມື; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແມ່ນບ່ອນອີງທີ່ໜັກແໜ້ນໃຫ້ກັນ;...

ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນມີການຫັນປ່ຽນຢ່າງແຂງແຮງ. ວົງເງິນການຄ້າສອງສົ້ນ 5 ເດືອນຕົ້ນປີ 2025 ບັນລຸ 1,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 100,4% ເມື່ອທຽບໃສ່ໄລຍະດຽວກັນ, ມຸ່ງເຖິງເປົ້າໝາຍ 5 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ. ກັບການນໍາໃຊ້ທ່າກໍາປັ່ນ 3 ຫວູງອ໊າງ, ລາວ ສາມາດເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ, ສະດວກໃນການນໍາເຂົ້າ-ສົ່ງອອກສິນຄ້າ, ສ້າງຄວາມສະໜິດຕິດພັນ, ການຮ່ວມມືດ້ານເສດຖະກິດ ຫວຽດນາມ-ລາວ.

ແລກປ່ຽນກ່ຽວກັບມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານ ມີຄວາມພາກພູມໃຈແບ່ງປັນນີ້ແມ່ນການພົບປະຄັ້ງທີ 2 ລະຫວ່າງສອງລັດຖະມົນຕີ ໃນສອງເດືອນຜ່ານມາ; ເຫັນດີເປັນເອກະພາບຊີ້ນໍາບັນດາຫົວໜ່ວຍທີ່ກ່ຽວຂ້ອງສົມທົບກັນຜັນຂະຫຍາຍບັນດາຄໍາໝັ້ນສັນຍາ, ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດຢ່າງມີປະສິດທິຜົນ; ກະກຽມບັນດາການເຄື່ອນໄຫວ, ຢ້ຽມຢາມ, ພົບປະຂັ້ນສູງໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນ ສິງຫາ ສໍາເລັດຜົນ (19-8-1945 / 19-8-2025) ແລະວັນຊາດຫວຽດນາມ (2-9-1945 / 2-9-2025), 50 ປີແຫ່ງວັນຊາດລາວ (21-12-1975 / 21-12-2025) ແລະສະເຫຼີມສະຫຼອງ 105 ປີແຫ່ງວັນເກີດວັນຄ້າຍຂອງປະທານ ໄກສອນ ພົມວິຫານ (13/-12/-1920 / 13-12-2025); ຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2021-2025 ແລະເຫັນດີເປັນເອກະພາບຂໍ້ຕົກລົງຮ່ວມມືໄລຍະໃໝ່ໂດຍໄວ...

ສອງຝ່າຍກໍ່ແບ່ງປັນທັດສະນະກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນອາຊຽນ ແລະບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ໂດຍ: ໄຊນີດາ