ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ຮ່ວາງວັນຟາຍ ໄດ້ແລກປ່ຽນກັບຄະນະຜູ້ແທນກ່ຽວກັບໝາກຜົນຂອງວຽກງານບໍາລຸງສ້າງ; ມາດຕະການຍົກສູງຄຸນນະພາບການບໍາລຸງສ້າງນັກສໍາມະນາກອນລາວ ຢູ່ວິທະຍາຄານການເມືອງ ໃນໄລຍະຈະມາເຖິງ ແລະບັນດາຂໍ້ສະເໜີ.

ທ່ານພົນຈັດຕະວາ ຮ່ວາງວັນຟາຍ ເນັ້ນໜັກເຖິງຄວາມມານະພະຍາຍາມຂອງບັນດານັກສໍາມະນາກອນລາວ ເຊິ່ງສ່ວນຫຼາຍມີລະດັບຄວາມຮູ້ທີ່ດີ, ຖືກກັບຂົງເຂດບໍາລຸງສ້າງໂດຍພື້ນຖານ; ມີຄວາມຮູ້ທີ່ເລິກເຊິ່ງກ່ຽວກັບວິຊາສະເພາະໄດ້ຮັບການບໍາລຸງສ້າງ; ມີລະດັບພາສາທີ່ດີ, ຮັບປະກັນການເຄື່ອນໄຫວສິດສອນເປັນພາສາຫວຽດນາມ; ມີສະຕິຮໍ່າຮຽນທີ່ດີ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຄົ້ນຄວ້າວິທະຍາສາດ.

leftcenterrightdel
ທ່ານພົນຈັດຕະວາ ຮ່ວາງວັນຟາຍ, ຮອງຫົວໜ້າວິທະຍາຄານການເມືອງ ມອບຂອງຂວັນໃຫ້ຜູ້ຕາງໜ້າຄະນະຜູ້ແທນທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ. ພາບ: qdnd.vn

ທີ່ການເຮັດວຽກ, ທ່ານພັນເອກ ວຽງໄຊ ສຸລິວົງ ໄດ້ຂອບໃຈວິທະຍາຄານການເມືອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ກໍ່ຄືຄວາມເອົາໃຈໃສ່, ການສົມທົບກັນອໍານວຍຄວາມສະດວກຊ່ວຍເຫຼືອໃນການປະຕິບັດທຸກໜ້າທີ່ຂອງອົງການທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ.

ທ່ານພັນເອກ ວຽງໄຊ ສຸລິວົງ ເນັ້ນໜັກວ່າ ວິທະຍາຄານການເມືອງ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ, ບຳລຸງສ້າງຖັນແຖວພະນັກງານກອງທັບປະຊາຊົນລາວ ນັບພັນຄົນ, ໃນນັ້ນມີຫຼາຍຮ້ອຍຄົນທີ່ກັບຄືນປະເທດ ແລະມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງກອງທັບປະຊາຊົນລາວ ກໍ່ຄືປະເທດລາວ. ບັນດາການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວໄດ້ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງປະເທດ, ສອງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ.

ໂດຍ: ຈາງຫງວຽນ