ຄະນະຕິດຕໍ່ອະດີດທະຫານ ແລະນັກຊ່ຽວຊານການທະຫານທີ່ຊ່ວຍເຫຼືອລາວ ໂຮມເຂົ້າເປັນອັນໜຶ່ງອັນດຽວ
ກປ.ອອນໄລ - ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນຫວຽດຈີ່, ຄະນະຕິດຕໍ່ອະດີດທະຫານ ແລະນັກຊ່ຽວຊານການທະຫານ ທີ່ຊ່ວຍເຫຼືອການປະຕິວັດລາວ ຢູ່ 3 ແຂວງຟູເຖາະ, ວິງຟຸກ ແລະຮວ່າບິ່ງ ໄດ້ຈັດຕັ້ງກອງປະຊຸມໂຮມເຂົ້າເປັນອັນໜຶ່ງອັນດຽວຕາມແຜນການໂຮມກົມກອງບໍລິຫານຂັ້ນແຂວງ.
ພາຍຫຼັງໂຮມເຂົ້າເປັນອັນໜຶ່ງອັນດຽວ, ຄະນະຕິດຕໍ່ໃໝ່ມີຊື່ແມ່ນ ຄະນະຕິດຕໍ່ອະດີດທະຫານ ແລະນັກຊ່ຽວຊານການທະຫານທີ່ຊ່ວຍເຫຼືອລາວ ແຂວງຟູເຖາະ. ຄະນະຕິດຕໍ່ມີສະມາຊິກ 3.000 ກວ່າຄົນ, ເຄື່ອນໄຫວຢູ່ 148 ຕາແສງ. ນີ້ແມ່ນບັນດາອະດີດທະຫານອາສາສະໝັກ, ນັກຊ່ຽວຊານການທະຫານຫວຽດນາມ ທີ່ປະຕິບັດໜ້າທີ່ສາກົນໄດ້ຄຽງບ່າຄຽງໄຫຼ່ກັບກອງທັບ ແລະປະຊາຊົນລາວ ໃນພາລະກິດການປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະປົກປັກຮັກສາປະເທດຊາດ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: baophutho.vn |
ການໂຮມເຂົ້າເປັນອັນໜຶ່ງອັນດຽວຕາມແຜນການໂຮມກົມກອງບໍລິຫານຂັ້ນແຂວງ ເພື່ອໃຫ້ບັນດາການເຄື່ອນໄຫວຂອງຄະນະຕິດຕໍ່ດຳເນີນໄປຢ່າງສະດວກດີ, ພ້ອມທັງປົກປັກຮັກສາສິດຜົນປະໂຫຍດຂອງສະມາຊິກຢ່າງທັນການ, ລະດົມກໍາລັງໃຈສະມາຊິກ ເສີມຂະຫຍາຍມູນເຊື້ອຂອງທະຫານລຸງໂຮ່, ຕັ້ງໜ້າເຂົ້າຮ່ວມການປະກອບສ່ວນເຂົ້າໃນຂະບວນການຢູ່ທ້ອງຖິ່ນ. ທີ່ກອງປະຊຸມ, ຄະນະຕິດຕໍ່ ໄດ້ຮັບຮອງເອົາບົດບັນທຶກຊ່ວຍຈຳ, ເລືອກຕັ້ງຫົວໜ້າ, ຮອງຫົວໜ້າຄະນະຕິດຕໍ່ຄົນໃໝ່ພາຍຫຼັງການໂຮມເຂົ້າເປັນອັນໜຶ່ງອັນດຽວ; ແລະປະດັບຫຼຽນໄຊວິລະຊົນແຫ່ງລັດ ສປປ ລາວ ໃຫ້ບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນ.
ໂດຍ: ຈາງຫງວຽນ